Homeນານາສາລະໝາກຜາງ ມີສັບພະຄຸນຫຼາຍຢ່າງ

ໝາກຜາງ ມີສັບພະຄຸນຫຼາຍຢ່າງ

Published on

ໝາກຜາງ ເປັນໝາກໄມ້ ທີ່ມີລົດຊາດສົ້ມ ອອກຫວານເລັກໜ້ອຍ ເປັນໝາກໄມ້ທີ່ມີວິຕາມິນຊີຫຼາຍ ທີ່ຊ່ວຍໃນການບຳລຸງສາຍຕາ, ນອກນັ້ນຍັງມີສັບພະຄຸນຫຼາຍຢ່າງ ທີ່ຊ່ວຍປ້ອງກັນພະຍາດ

  1. ເປັນໝາກໄມ້ທີ່ມີວິຕາມິນຊີ ແລະເບຕ້າແຄໂຣທີນສູງ
  2. ຊ່ວຍຕໍ່ຕ້ານອະນຸມູນອິດສະລະ ແລະເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍ
  3. ຊ່ວຍປ້ອງກັນ ແລະຫຼຸດຄວາມສ່ຽງຂອງການເກີດພະຍາດຕ່າງໆເຊັ່ນ: ມະເຮັງ, ເບົາຫວານ, ຄວາມດັນເລືອດເປັນຕົ້ນ
  4. ຊ່ວຍບຳລຸງສາຍຕາ ແລະຮັກສາສາຍຕາໄດ້ດີ
  5. ມີແຄວຊຽມ ແລະຟອສຟໍຣັດ ຊ່ວຍບຳລຸງກະດູກ ແລະແຂ້ວ
  6. ຊ່ວຍປ້ອງກັນໂຣກເລືອດອອກຕາມແຂ້ວ
  7. ຊ່ວຍຟອກເລືອດ
  8. ຊ່ວຍແກ້ນໍ້າລາຍໜຽວ
  9. ຮາກຂອງຕົ້ນໝາກຜາງ ຕົ້ມເປັນຢາແກ້ອາການໄຂ້ ແລະຖອນພິດ
  10. ໃບໝາກຜາງໃຊ້ເຮັດເປັນຢາພອກແກ້ອາການເຈັບຫົວ

ໝາກຜາງ ນອກຈາກເປັນໝາກໄມ້ທີ່ມີຄົນນິຍົມກິນແລ້ວ ຍັງມີປະໂຫຍດທາງດ້ານການປິ່ນປົວພະຍາດໄດ້ອີກດ້ວຍ ແລະໝາກຜາງຈະມີໃຫ້ເຮົາໄດ້ກິນໃນຊ່ວງເດືອນກຸມພາ ຫາເດືອນເມສາເທົ່ານັ້ນ ໃຜທີ່ມັກກິນໝາກຜາງ ຫຼືຮັກສຸຂະພາບຢ່າລືມຊື້ມາກິນໄດ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...