spot_img
Homeຂ່າວພາຍ​ໃນMIST: Tourism Accelerators ກຳລັງເປີດຮັບໂຄງການໃນເຂດແມ່ນໍ້າຂອງ

MIST: Tourism Accelerators ກຳລັງເປີດຮັບໂຄງການໃນເຂດແມ່ນໍ້າຂອງ

Published on

ຮານອຍ, ຫວຽດນາມ – The Mekong Innovative Startup Tourism (MIST) ໄດ້ປະກາດຕົວເລັ່ງສອງອັນ ທີ່ໄດ້ອອກແບບມາເພື່ອເຮັດໃຫ້ການກໍ່ຕັ້ງທຸລະກິດນະວັດຕະກຳ ດ້ານການທ່ອງທ່ຽວງ່າຍຂຶ້ນ ແລະໄວຂຶ້ນໃນປະເທດກຳປູເຈຍ, ລາວ, ມຽນມາ ແລະຫວຽດນາມ. The MIST Startup Accelerator ຈະຮັບການເຂົ້າຮ່ວມຂອງບໍລິສັດທີ່ຫາກໍ່ເລີ່ມຕົ້ນ ທີ່ມີແຜນທຸລະກິດດ້ານເຕັກໂນໂລຢີທ່ອງທ່ຽວ ຫຼືການທ່ອງທ່ຽວແບບພື້ນເມືອງ. MIST Market Access Accelerator ຍິນດີຕ້ອນຮັບໃບສະໝັກຈາກ ຜູ້ເລີ່ມເຮັດທຸລະກິດທ່ອງທ່ຽວສາກົນທີ່ກຳລັງເຕີບໂຕ ທີ່ຕ້ອງການຄວາມຊ່ວຍເຫຼືອໃນການເຂົ້າເຂດພູມີພາກ. ຕົວເລັ່ງ (Accelerators) ທັງສອງຈະປິດຮັບການສະໝັກໃນວັນທີ 26 ມີນາ 2017.

ຜູ້ສະໜັກຕ້ອງສະແດງໃຫ້ເຫັນເຖິງວິທີທີ່ເຂົາຈະສ້າງວຽກ, ສ້າງຜົນກະທົບດ້ານບວກສູ່ຊຸມຊົນເພື່ອເຮັດໃຫ້ການເຕີບໂຕດ້ານການທ່ອງທ່ຽວໃນປະເທດກຳປູເຈຍ, ລາວ, ມຽນມາ ແລະຫວຽດນາມໃຫ້ມີຄວາມຍືນຍົງ.

MIST Accelerator Programs ໃຫ້ຄວາມຊ່ວຍເຫຼືອການລົງທຶນດ້ານທ່ອງທ່ຽວທີ່ສ້າງງານ, ຊ່ວຍເຫຼືອຊຸມຊົນທ້ອງຖິ່ນ ແລະສະໜັບສະໜູນການປະກອບການ, ໂດຍສະເພາະສຳລັບຜູ້ຍິງ, ທ່ານ Dominic Mellor, senior Asian Development Bank economist and head of the Mekong Business Initiative,ໄດ້ກ່າວໄວ້.

ຜູ້ກໍ່ຕັ້ງບໍລິສັດທີ່ຖືກຮັບເຂົ້າກຸ່ມ MIST Startup Accelerator ຈະໄດ້ເຂົ້າຮ່ວມ Mini bootcamps ເພື່ອພັດທະນາແຜນທຸລະກິດຂອງພວກເຂົາເພີ່ມເຕີມ. ແຜນທຸລະກິດທີ່ດີທີ່ສຸດຈາກຕະຫຼາດແຕ່ລະປະເທດ ຈະໄດ້ຮັບເງິນສະໜັບສະໜູນ MIST Innovation, ຜູ້ທີ່ເຮັດໄດ້ດີທີ່ສຸດຈະໄດ້ຮັບ 10,000 ໂດລາ ແລະຜູ້ຮອງຊະນະເລີດທັງສາມຈະໄດ້ຮັບ 7,000 ໂດລາ.​

ຜູ້ເຂົ້າຮ່ວມ MIST Market Access Accelerator ຈະໄດ້ເຂົ້າຮ່ວມທົວເພື່ອສ້າງຄວາມລຶ້ງເຄີຍກັບກຸ່ມຜູ້ຊື້ ໃນພູມິພາກແມ່ຂອງທີ່ກ່ຽວຂ້ອງ. ໂດຍຜ່ານໃນການເຂົ້າຮ່ວມທົວນີ້, ພວກເຂົາຈະໄດ້ຮັບການຝຶກສອນ, ຄວາມເຂົ້າໃຈເລິກເຊິ່ງດ້ານການຕະຫຼາດສະເພາະ ແລະການແນະນຳ ໃຫ້ຮູ້ຈັກກັບເຄືອຂ່າຍຜູ້ສະໜອງ ແລະພາກສ່ວນກ່ຽວຂ້ອງຕ່າງໆ.

ຜູ້ເຂົ້າຮ່ວມ MIST accelerators ທັງສອງ ຈະຕ້ອງແຂ່ງການສະເໜີແຜນຂອງພວກເຂົາໃຫ້ກັບນັກລົງທຶນ, Global Acceleration Programs ແລະ ຫົວໜ້າດ້ານການທ່ອງທ່ຽວ ທີ່ກອງປະຊຸມທ່ອງທ່ຽວແມ່ນໍ້າຂອງ (Mekong Tourism Forum) ໃນເດືອນມິຖຸນາ (ແຂວງ ຫຼວງພະບາງ ສປປ ລາວ) ແລະກອງປະຊຸມສຸດຍອດ ເອເປັກ ໃນເດືອນ ພະຈິກ (ແຂວງ ດານັງ, ປະເທດຫວຽດນາມ) ທີມພາຍໃນປະເທດຈະໃຫ້ບໍລິການຈັດຫາຂໍ້ມູນເພີ່ມເຕີມເພື່ອໃຫ້ເແທດເໝາະກັບຄວາມຕ້ອງການທາງດ້ານທຸລະກິດຂອງຜູ້ເຂົ້າຮ່ວມ.

“ເຂດອະນຸພາກພື້ນແມ່ນໍ້າຂອງ ເປັນໜຶ່ງໃນບັນດາຈຸດໝາຍປາຍທາງທ່ອງທ່ຽວ ທີ່ເຕີບໂຕໄວໃນໂລກ. Start-ups ສາມາດປັບປຸງການປະຕິບັດ ທີ່ເຄີຍເຮັດມາເພື່ອປັບຕົວ ໃຫ້ເຂົ້າກັບພຶດຕິກຳທີ່ປ່ຽນແປງຂອງຜູ້ບໍລິໂພກ, ແຕ່ເຮົາຄວນສົ່ງເສີມໃຫ້ເກີດນະວັດຕະກຳ ທີ່ມີຄວາມຮັບຜິດຊອບ ທີ່ເພີ່ມສະເໜ່ຂອງເຂດພູມິພາກເພື່ອຄົນຮຸ່ນໃໝ່ໃນອານາຄົດ” ທ່ານ Jens Thraenhartມ Mekong Tourism Coordinating Office ໄດ້ກ່າວໄວ້.​

MIST ເປັນບໍລິສັດຮ່ວມທຶນຂອງMekong Tourism Coordinating Office and the Mekong Business Initiative. ໂດຍການໄດ້ຮັບເງິນທຶນລະດັບພູມິພາກ, ຄຳແນະນຳ ແລະ ການຊ່ວຍເຫຼືອດ້ານເຕັກນິກຈາກ Asian Development Bank – ADB), ລັດຖະບານປະເທດອົດສະຕາລີ, Amadeus Next, The Pacific Asia Travel Association, ແລະ Village Capital. ໄດ້ຮັບການຮັບຮອງໂດຍສະມາຄົມຜູ້ປະກອບການໄວໜຸ່ມແລະກຸ່ມ startup ໃນປະເທດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ.

ຂໍ້ມູນກ່ຽວກັບ Mekong Business Initiative – MBI

(MBI)  – MBI ເປັນບ່ອນໃຫ້ຄຳປຶກສາ ທີ່ສົ່ງເສີມການພັດທະນາ ພາກເອກະຊົນໃນກໍາປູເຈຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສ.ປ.ປ. ລາວ), ປະເທດມຽນມາ ແລະຫວຽດນາມ. MBI ສົ່ງເສີມການພັດທະນາຂອງລະບົບນິເວດ ນະວັດຕະກຳ ໂດຍການສະຫນັບສະຫນູນທຸລະກິດ, ທາງເລືອກທາງດ້ານການເງິນ ແລະຄວາມຄິດສ້າງສັນ. ໄດ້ຖືກສະຫນັບສະຫນູນໂດຍທະນາຄານພັດທະນາອາຊີ ແລະລັດຖະບານຂອງອົດສະຕາລີ.

ສາມາດຕິດຕາມທາງເຟສບຸກເພດຈ໌: MekongBusinessInitiative.

ກ່ຽວກັບ Mekong Tourism Coordinating Office – MTCO)

ສ້າງຕັ້ງຂຶ້ນໃນໄລຍະຕົ້ນປີ 2006 (MTCO) ເປັນການຮ່ວມມືລະຫວ່າງ 6 ປະເທດໃນອານຸພູມີພາກລຸ່ມແມ່ນໍ້າຂອງ (GMS). ພາລະກິດຂອງ MTCO ແມ່ນຊ່ວຍພັດທະນາອົງການທ່ອງທ່ຽວແຫ່ງຊາດຂອງປະເທດ (GMS) ແລະສົ່ງເສີມແມ່ຂອງໃຫ້ເປັນປາຍທາງຂອງການເດີນທາງດຽວກັນ, ສະເໜີສິນຄ້າທີ່ມີຄຸນະພາບຫຼາກຫຼາຍຮູບແບບ ແລະໃຫ້ຜົນຜະລິດສູງໃນອານຸພູມິພາກ ທີ່ຊ່ວຍໃນການກະຈາຍຜົນປະໂຫຍດ ຈາກການທ່ອງທ່ຽວຢ່າງກວ້າງຂວາງຫຼາຍຂຶ້ນ, ເພີ່ມຄວາມພະະຍາຍາມໃນການພັດທະນາການທ່ອງທ່ຽວ ຂອງແຕ່ລະປາຍທາງຂອງປະເທດ (GMS), ນຳໄປສູ່ການຫຼຸດບັນຫາຄວາມທຸກຍາກ, ຄວາມສະເໝີພາບທາງເພດ ແລະເພີ່ມຂີດຄວາມສາມາດຂອງຜູ້ຍິງ ແລະຫຼຸດຜ່ອນຜົນກະທົບທີ່ບໍ່ພຶງປະສົງໃດໆ ຈາກການທ່ອງທ່ຽວຜ່ານການພັດທະນາອຸດສາຫະກຳຢ່າງຍືນຍົງ.​

ສາມາດຕິດຕາມທາງເຟສບຸກເພດຈ໌: TourismMekong.

ຜູ້ສົນໃຈສາມາດຕິດຕໍ່ໄດ້ທີ່:

Mr. Jason Lusk

MIST Project Coordinator

Mekong Business Initiative

Jason@mekongbiz.org

Worldwide: +1 (202) 738 1792

Vietnam or WhatsApp: +84 (0) 96 976 0912

 

ແຫລ່ງຂ່າວຈາກ: Laotiantimes

ບົດຄວາມຫຼ້າສຸດ

ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ.

ພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ. ໃນວັນທີ 20 ພຶດສະພາ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ...

ຜູ້ເຊົ່າແກ້ເຜັດ! ຂ້າງຫ້ອງລັກລ້ຽງໝາ ສົ່ງສຽງດັງ ມີກິ່ນ ເຈີປ່ອຍງູໃຫຍ່ກາງຫ້ອງເຊົ່າເພື່ອເອົາຄືນ

ມິຕິໃໝ່ຂອງການເອົາຄືນ! ຖ້າເຈົ້າລ້ຽງໝາ ຂ້ອຍຈະລ້ຽງງູ. ເປັນອີກໜຶ່ງເລື່ອງລາວທີ່ເປັນກະແສຢູ່ທີ່ປະເທດໄທໃນຕອນນີ້ ເມື່ອມີຜູ້ໃຊ້ບັນຊີເຟສບຸກລາຍໜຶ່ງ ອອກມາໂພສໃນວັນທີ 19 ພຶດສະພາ 2025 ຜ່ານມາ, ພ້ອມພາບ ຄົນມາປ່ອຍງູໃຫຍ່ 2 ໂຕຢູ່ທາງຍ່າງຂອງຫ້ອງເຊົ່າແຫ່ງໜຶ່ງ ເຂດຣັດຊະດາ,...

ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

ເຈົ້າໜ້າທີ່ກອງກວດກາປ່າໄມ້ ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ ຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ລົງກວດກາພົບເຫັນການລັກລອບຕັດໄມ້, ເລື່ອຍໄມ້ຢູ່ເຂດປ່າປ້ອງກັນແຫ່ງຊາດແຫຼ່ງນ້ຳເຟືອງ ແລະ ປ່າຜະລິດແຫ່ງຊາດຫ້ວຍສຽດແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ໄວ້, ປັດຈຸບັນເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ. ອີງຕາມຂໍ້ມູນຈາກກອງກວດກາປ່າໄມ້ແຂວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງ...

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...