spot_img
Homeຂ່າວພາຍ​ໃນທ່ານທອງລິດ ປະມູນໄດ້ລົດນາຍົກ

ທ່ານທອງລິດ ປະມູນໄດ້ລົດນາຍົກ

Published on

ໂດຍປະຕິບັດຕາມນະໂຍບາຍ ສົ່ງລົດຫຼູຄືນເພື່ອປະມູນຂາຍ ແລ້ວຊື້ລົດໃໝ່ທີ່ຖືກກວ່າມາຮັບໃຊ້ ຂອງລັດຖະບານທີ່ໄດ້ປະກາດໄປ ໃນໄລຍະທີ່ຜ່ານມາ. ມາຮອດຕອນບ່າຍຂອງວັນທີ 28 ກຸມພາ 2017 ໄດ້ມີພິທີປະມູນແບບເປີດກວ້າງຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ ມີນັກປະມູນແລະມວນຊົນເຂົ້າຮ່ວມຈຳນວນຫຼວງຫຼາຍ ສ້າງໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນພໍສົມຄວນ.

ຜົນການປະມູນເບື້ອງຕົ້ນ ໂດຍອີງຕາມການລາຍງານຂອງ ສຳນັກຂ່າວ ເສດຖະກິດ-ການຄ້າ ບອກວ່າ ເວລາ 16:30 ນາທີ ແມ່ນສຳເລັດການປະມູນໄປແລ້ວ 3 ຄັນ ເຊິ່ງເປັນລົດ BMW ລຸ້ນ 730 LI ໝາຍເລກທະບຽນ ກຜ 8893 ທີ່ເຄີຍເປັນລົດປະຈຳຕຳແໜ່ງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ຄັນທີ 2 ແມ່ນລົດ BENZ ລຸ້ນ S350 ເຄີຍນຳໃຊ້ເປັນລົດປະຈຳຕຳແໜ່ງທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະຄັນທີ 3 ແມ່ນລົດ BMW ລຸ້ນ 730 LI ເຄີຍນຳໃຊ້ເປັນລົດປະຈຳຕຳແໜ່ງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ລາຄາເລີ່ມຕົ້ນ 830 ລ້ານກີບ ແລະ ແມ່ນທ່ານ ທອງລິດ ກິ່ງແກ້ວອຸດົມ ນັກທຸລະກິດ ເປັນຜູ້ຊະນະການປະມູນໃນລາຄາ 1,330 ລ້ານກີບ.

ສ່ວນລາຍລະອຽດທັງໝົດຂອງການປະມູນ ທີມຂ່າວຈະສືບຕໍ່ນຳສະເໜີໃນໄລຍະຕໍ່ໄປ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...