spot_img
Homeຂ່າວຕ່າງປະເທດຊາຍໜຸ່ມຄົນຈີນ ໃຊ້ເວລາເກືອບ 20 ປີ ສະສົມໂທລະສັບໄດ້ 3,000 ໜ່ວຍ

ຊາຍໜຸ່ມຄົນຈີນ ໃຊ້ເວລາເກືອບ 20 ປີ ສະສົມໂທລະສັບໄດ້ 3,000 ໜ່ວຍ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 27 ກຸມພາ 2017 ຜ່ານມາວ່າ Li Qinglin ຊາຍຄົນຈີນ ອາຍຸ 50 ປີ ອາໄສຢູ່ໃນ ມົນທົນຈີ໋ຫລິນ ທາງພາກຕາເວັນອອກສ່ຽງເໜືອຂອງຈີນ ທີ່ໃຊ້ເວລາເກືອບ​ 20 ປີ ໃນການສະສົມໂທລະສັບມືຖື 3,000 ໜ່ວຍ ເພື່ອເຮັດເປັນພິພິທະພັນ

Li Qinglin ເລີ່ມສະສົມມືຖື ຕັ້ງແຕ່ປີ 1998 ເຊິ່ງຫຼັງຈາກມີໂທລະສັບມືຖື ໜ່ວຍທຳອິດ ເປັນລຸ້ນໂມໂຕໂຣລາ 8800 ລາວກໍເລີ່ມຊອກຊື້ໂທລະສັບລຸ້ນໃໝ່ລ່າສຸດຈາກຫຼາກຫຼາຍບໍລິສັດ ທີ່ສາມາດຊື້ໄດ້ ເຮັດໃຫ້ລາວເປັນເຈົ້າຂອງມືຖືເກືອບທຸກລຸ້ນທີ່ມີຂາຍຢູ່ຈີນ ແລະບາງລຸ້ນກໍມີລາຄາສູງໃນໝູ່ຄົນທີ່ມັກສະສົມໂທລະສັບ

Li Qinglin ເວົ້າວ່າ ມື້ໜຶ່ງຕົນເອງຈະມີພິພິທະພັນ ທີ່ໃຊ້ຈັດສະແດງໂທລະສັບມືຖືເຫຼົ່ານີ້ໃຫ້ຄົນອື່ນ ໄດ້ເບິ່ງ ເພື່ອຈະໄດ້ວິວັດທະນາການຂອງການສື່ສານມະນຸດທີ່ໃຊ້ໂທລະສັບມືຖື ທີ່ເລີ່ມຕັ້ງແຕ່ບໍ່ທັນໄດ້ໃຊ້ອິນເຕີເນັດ ສັນຍານຍັງບໍ່ທັນດີ ຈົນມາເຖິງການໃຊ້ 3G ແລະ 4G ໃນປະຈຸບັນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...