Homeຂ່າວການພັດທະນາລັດຖະບານສັ່ງໃຫ້ກວດກາຄືນໄມ້ເສຍຫາຍ-ໄມ້ໄຟໄໝ້ຈໍານວນ 8.000 ກວ່າແມັດກ້ອນຢູ່ແຂວງອັດຕະປື

ລັດຖະບານສັ່ງໃຫ້ກວດກາຄືນໄມ້ເສຍຫາຍ-ໄມ້ໄຟໄໝ້ຈໍານວນ 8.000 ກວ່າແມັດກ້ອນຢູ່ແຂວງອັດຕະປື

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 27 ກຸມພາ 2017ນີ້ວ່າ ລັດຖະບານລາວໃຫ້ທິດຊີ້ນໍາຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າໃຫ້ກວດກາເບິ່ງລະອຽດກ່ຽວກັບໄມ້ເສຍຫາຍ ແລະ ໄມ້ໄຟໄໝ້ຈໍານວນ 8.705 ແມັດກ້ອນຢູ່ແຂວງອັດຕະປື ພາຍຫລັງພົບວ່າອາດບໍ່ມີຄວາມໂປ່ງໃສ່ ແລະ ມີເງື່ອນງໍາ ພ້ອມກັນນີ້ກໍໃຫ້ອອກແຈ້ງການເຖິງພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ບໍລິຄຳໄຊ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ສົມທົບກຳຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງ ຮີບຮ້ອນຮື້ຖອນ ແລະ ຍຸບເລິກ ບັນດາໂຮງງານປຸງແຕ່ງໄມ້ ຈຳນວນ 28 ແຫ່ງ ທີ່ຕັ້ງຢູ່ໃກ້ ແລະ ຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຫວງຫ້າມ ຫລື ປ່າຜະລິດ ໃຫ້ສໍາເລັດພາຍໃນເດືອນກຸມພາ 2017 ນີ້.

ໃນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກຸມພາ 2017 ໄດ້ມີຄຳສັ່ງໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຍຸບເລີກໂຮງ ງານປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນເຂດປ່າສະຫງວນທີ່ຍັງເຫລືອ 16 ແຫ່ງ ໃຫ້ສໍາເລັດພາຍໃນເດືອນກຸມພາ2017 ນີ້; ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າສືບຕໍ່ຊີ້ນໍາ ແລະ ຊຸກຍູ້ການສົ່ງອອກໄມ້ປອກ ແລະ ໄມ້ຝານ ທີ່ຍັງຕົກຄ້າງຈໍານວນ 2.418 ແມັດກ້ອນ ເພື່ອສົ່ງອອກໃຫ້ສໍາເລັດໂດຍໄວ; ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ສົມທົບ ກັບກະຊວງອຸດສາຫະກໍາ ແລະ ການຄ້າ ລົງສົມທົບກັບແຂວງອັດຕະປື ເພື່ອດໍາເນີນການກວດກາໃຫ້ລະອຽດ ກ່ຽວກັບໄມ້ເສຍຫາຍ ແລະ ໄມ້ໄຟໄໝ້ຈໍານວນ 8.705 ແມັດກ້ອນ ແລ້ວລາຍງານລັດຖະບານ ເຊິ່ງໄມ້ດັ່ງກ່າວນີ້ອາດກ່ຽວ ຂ້ອງກັບຄວາມບໍ່ໂປ່ງໃສ ແລະ ມີເງື່ອນງໍາ

ສໍາລັບໄມ້ຜ່ານຈໍານວນ 2.910,161ໂຕນ (ໄມ້ຂະຍຸງຈໍານວນ 1.681,476 ໂຕນ, ໄມ້ປະດົງຈໍານວນ 923,685 ໂຕນ ແລະ ໄມ້ດູ່ຈໍານວນ 305,000 ໂຕນ) ຢູ່ແຂວງສະຫວັນນະເຂດ ແລະ ໄມ້ທີ່ບໍ່ມີເອກະສານ, ເຊິ່ງເປັນໄມ້ທີ່ນອນໃນບ້ວງເຮັດທົດລອງຈໍານວນ 7.783,421 ແມັດກ້ອນ ແລະ 3.718,800 ໂຕນ ຢູ່ແຂວງສາລະວັນ ແມ່ນມອບ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງອອກແຈ້ງການ ໃຫ້ຜູ້ປະກອບການຖອກພັນທະຕາມກໍານົດເວລາ ທີ່ລະບຸໄວ້ໃນບົດບັນທຶກ ລະ ຫວ່າງຄະນະສະເພາະກິດສູນກາງ ແລະ ແຂວງທີ່ກ່ຽວຂ້ອງເພື່ອໃຫ້ສາມາດນໍາໄປປຸງແຕ່ງ, ຖ້າຜູ້ປະກອບການຫາກບໍ່ມາຖອກພັນທະຕາມກໍານົດເວລາ ແມ່ນໃຫ້ຢຶດໄມ້ຈໍານວນດັ່ງກ່າວ ມາເປັນຂອງລັດ.

ສໍາລັບໄມ້ທີ່ຜູ້ປະກອບການເກັບຊື້ນໍາປະຊາຊົນຢູ່ແຂວງຄໍາມ່ວນ, ເຊິ່ງເປັນໄມ້ທີບໍ່ມີການອະນຸມັດ ແລະ ມີແຫລ່ງທີ່ມາບໍ່ຖືກຕ້ອງຈໍານວນ 8.063,887 ແມັດກ້ອນ ແມ່ນມອບໃຫ້ແຂວງຄໍາມ່ວນ ອອກຂໍ້ຕົກລົງອາຍັດໄມ້ຈໍານວນດັ່ງກ່າວ ມາເປັນຂອງລັດ; ໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ກະຊວງອຸດສາກະກໍາ ແລະ ການຄ້າ ສົມທົບກັບອົງການປົກຄອງທ້ອງຖິ່ນ ດໍາເນີນການກວດກາປັບປຸງໜ່ວຍງານ, ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ພະນັກງານປະຈໍາຢູ່ດ່ານພາສີໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການສວຍໂອກາດຫາຜົນປະໂຫຍດແກ່ຕົນເອງ ແລະ ຝ່າຝືນກົດໝາຍ ແລະ ລະບຽບການ, ຖ້າກວດເຫັນການລະເມີດ ແລະ ການກະທໍາຜິດຕ້ອງໄດ້ລົງວິໄນ ແລະ ລົງໂທດຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...