Homeຂ່າວພາຍ​ໃນການປັບດັດສະນີເງິນເດືອນ ຈະບໍ່ກະທົບຕໍ່ລາຄາສິນຄ້າແນ່ນອນ.

ການປັບດັດສະນີເງິນເດືອນ ຈະບໍ່ກະທົບຕໍ່ລາຄາສິນຄ້າແນ່ນອນ.

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 27 ກຸມພາ 2017ນີ້ວ່າ ກົມການຄ້າພາຍໃນ ກະຊວງອຸດສາຫະ ກຳ ແລະ ການຄ້າ ຮັບປະກັນການປັບດັດສະນີເງິນເດືອນ ຈະບໍ່ກະທົບຕໍ່ລາຄາສິນຄ້າແນ່ນອນ.

ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການໃນໄລຍະຜ່ານມາຈົນເຖິງປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າ ແລະ ກຳນົດເອົາລາຍການສິນຄ້າຄວບຄຸມປະກອບມີ 4 ປະເພດ ລວມມີ 14 ລາຍການຄື: ນ້ຳມັນເຊື້ອໄຟມີ 3 ລາຍການ (ນ້ຳມັນແອັດຊັງພິເສດ ແອັດຊັງທຳມະດາ ແລະ ນ້ຳມັນກາຊວນ) ປະເພດເຂົ້າ 6 ລາຍການ ປະເພດຊີ້ນ 4 ລາຍການ ແລະ ປະເພດປາ 1 ລາຍການຄື: ປານິນກະຊັງ.

ສ່ວນລາຄາສິນຄ້າໃນຕະຫຼາດຂອງປີ 2017 ແມ່ນມີຄວາມສະຫງົບ ໂດຍສະເພາະ ໃນໄລຍະເທສະການ ແລະ ງານບຸນປະເພນີສຳຄັນຕ່າງໆ ລາຄາມີການເໜັງຕີງຕາມກົນໄກຕະຫຼາດ ແລະ ຕາມລະດູການທີ່ສາມາດຄວບຄຸມໄດ້ ໃນນັ້ນ ລາຄາຂາຍຍົກ-ຂາຍຍ່ອຍ ຊີ້ນໝູ ສູງສຸດບໍ່ໃຫ້ເກີນ 38 ພັນກີບຕໍ່ກິໂລ ເຂົ້າສານໜຽວ 7.500-8.000 ກີບຕໍ່ກິໂລ ເຂົ້າຈ້າວ 8.000-9.000 ກີບຕໍ່ກິໂລ ຊີ້ນງົວ-ຄວາຍ 70.000-80.000 ກີບຕໍ່ກິໂລ ສ່ວນປານິນກະຊັງ 18.000-22.000 ກີບຕໍ່ກິໂລ ສ່ວນລາຄາພືດຜັກ ໝາກເຜັດ ໝາກນາວ ແລະ ຜັກຫອມປະເພດຕ່າງໆ ກໍ່ຖືວ່າຍັງຢູ່ໃນເກນປົກກະຕິ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...