spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຈັບພໍ່ຄ້າຢາເສບຕິດໄດ້

ເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຈັບພໍ່ຄ້າຢາເສບຕິດໄດ້

Published on

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງສະຫວັນນະເຂດໄດ້ເປີດເຜີຍໃນກາງເດືອນກຸມພານີ້ວ່າ ເຈົ້າໜ້າທີ່ໄດ້ຮັບຂ່າວວ່າມີ ຄົນບໍ່ດີຈຳນວນໜຶ່ງ ລັກລອບຄ້າ-ຂາຍຢາເສບຕິດຢູ່ເຂດ ບ້ານໄຊຍະມຸງຄຸນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມ ຈົນມາຮອດວັທີ 14 ກຸມພາ 2017 ຈຶ່ງໄດ້ຮູ້ວ່າມີການລັກລອບຊື້-ຂາຍຢາເສບຕິດແທ້ ຈຶ່ງໄດ້ນຳກຳລັງວິຊາສະເພາະສົມທົບ ກັບອຳນາດການປົກຄອງບ້ານ ເຂົ້າກວດຄົ້ນເຮືອນ ພ້ອມກັກຕົວເປົ້າໝາຍ ຊື່ວ່າທ້າວ ແກ້ວວິໄຊ ໂງ່ນກົງສາ ອາຍຸ 26 ປີ ຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ພ້ອມກັບຢາບ້າ 1 ມັດ ເທົ່າກັບ 2.000 ເມັດ ແລະຢຶດລົດຈັກ 1 ຄັນພ້ອມກັບໂທລະສັບ 1 ໜ່ວຍ

ຈາກນັ້ນ ທ້າວແກ້ວວິໄຊ ໂງ່ນກົງສາ ໄດ້ສາລະພາບວ່າ ຜູ້ກ່ຽໄດ້ເລີ່ມເສບຢາບ້າຕັ້ງແຕ່ປີ 2014 ເສບມື້ລະ 1-2  ເມັດ ເຊິ່ງໄດ້ຊື້ນຳໄວໜຸ່ມພາຍໃນບ້ານ, ຕົກມາປີ 2016 ຜູ້ກ່ຽວໄດ້ເລີ່ມຄ້າ-ຂາຍຢາເສບຕິດ ເຊິ່ງຊື້ກັບຜູ້ຊາຍຄົນໜຶ່ງ ແຕ່ບໍ່ຮູ້ຊື່ ເປັນຈຳນວນຫຼາຍຄັ້ງ, ເຊິ່ງຊື້ຄັ້ງລະ 1 ມັດ ເທົ່າກັບ 2.000 ເມັດ ພາຍຫຼັງໄດ້ຢາບ້າ ກໍເອົາມາເສບຄັ້ງລະ 4-5 ເມັດ ສ່ວນທີ່ເຫຼືອ ແມ່ນເອົາໄປຂາຍໃຫ້ກັບໄວໜຸ່ມພາຍໃນບ້ານ. ມາຮອດວັນທີ 13 ກຸມພາ 2017 ຜູ້ກ່ຽວໄດ້ໄປຊື້ຢາບ້າ ກັບຊາຍຄົນໜຶ່ງ ຈຳນວນ 1 ມັດ ຫຼື 2.000 ເມັດ ກໍໄດ້ເອົາມາເຊື່ອງໄວ້ໃນເຮືອນ ແລະຕົກມາຮອດວັນທີ 14 ກຸມພາ 2017 ກໍໄດ້ມີລູກຄ້າໂທສັ່ງຊື້ຢາບ້າ ຈຳນວນ 1 ມັດ ໃຫ້ເອົາຢາໄປສົ່ງໃຫ້ ແຕ່ຜູ້ກ່ຽວບອກໃຫ້າເອົາຢູ່ເຮືອນ, ຕໍ່ມາເວລາ 13:00 ຂອງວັນດຽວກັນ ເຈົ້າໜ້າທີ່ໄດ້ເຂົ້າມາກວດຄົ້ນເຮືອນ ຈຶ່ງພົບຢາບ້າ 2.000 ເມັດທີ່ເຊື່ອງໄວ້ ຈຶ່ງຖືກຈັບຕົວມາດຳເນີນຄະດີ

ປະຈຸບັນ, ເຈົ້າໜ້າທີ່ໄດ້ສືບສວນ-ສອບສວນເພື່ອຂະຫຍາຍຜົນ ຕິດຕາມຊອກຫາຜູ້ເຂົ້າຮ່ວມມາລົງໂທດ ແລະສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...