spot_img
Homeຊີວິດແລະຄວາມຮັກສູດຈີບຄົນທີ່ຕົນເອງສົນໃຈ

ສູດຈີບຄົນທີ່ຕົນເອງສົນໃຈ

Published on

ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ແອັດມີສູດ ຈີບຄົນທີ່ຕົນເອງສົນໃຈມາຝາກ ເຊິ່ງສູດນີ້ເປັນສູດທີ່ແອັດໃຊ້ເປັນປະຈຳເມື່ອຕອນເປັນໄວລຸ້ນ ແລະ ກໍ່ຮູ້ສຶກວ່າມັນໄດ້ຜົນເກືອບທຸກຄົນ ຖ້າຈະປຽບທຽບກໍ່ແມ່ນມີ “ປາມາຕິດເບັດ” ຫຼາຍໂຕເລີຍກໍ່ວ່າໄດ້ ເອົາເປັນວ່າເຮົາບໍ່ເວົ້າຫຍັງຍາວ ລອງມາອ່ານສູດນີ້ກັນເລີຍ
ສູດຈີບຄົນທີ່ຕົນເອງສົນໃຈ
 
1. ຫາເປົ້າໝາຍທີ່ຄິດວ່າຕົນເອງສົນໃຈ ຫຼື ມັກທີ່ສຸດ
2. ຊອກຫາຂໍ້ມູນຈາກຄົນອ້ອມຂ້າງຄົນໆນັ້ນ ເຊັ່ນ: ເບີໂທ,​ ເຟສບຸກ …
3. ທັກໄປລົມ ຖາມເລື່ອງດິນຟ້າອາກາດ, ຜູ້ຄົນ, ຊີວິດປະຈຳວັນຂອງເຂົາກ່ອນ ເຖິງແມ່ນວ່າຈະຮູ້ສຶກມັກເຂົາຫຼາຍພຽງໃດແຕ່ເບື້ອງຕົ້ນບໍ່ຄວນອອກຕົວແຮງຈົນເກີນໄປ ແລະ ບໍ່ຄວນທັກຫຍັງໄປຫຼາຍ 3-4 ຊົ່ວໂມງ ຈິ່ງທັກໄປຖາມຈັກຄຳສອງຄຳກໍ່ພໍ
4. ຖ້າເຂົາຕອບກັບ ສະແດງວ່າເຂົາກໍ່ຢາກລົມກັບເຮົາ
5. ຈາກທີ່ 3-4 ຊົ່ວໂມງທັັກໄປຖາມຄຳສອງຄຳ ກໍ່ເລີ່ມທັກໄປລົມຫຼາຍຂຶ້ນກວ່າເກົ່າ ແຕ່ກໍ່ຍັງຖາມເລື່ອງດິນຟ້າອາກາດຕໍ່ໄປ, ການຈີບໃຜຈັກຄົນໜຶ່ງບໍ່ຄວນໃຈຮ້ອນຟ້າວຟັ່ງຈົນເກີນໄປ ເພາະຈະເຮັດໃຫ້ເຂົາປະຕິເສດເຮົາໄດ້ງ່າຍ ເຮົາຕ້ອງພະຍາຍາມຄ່ອຍແຊກເຂົ້າໄປໃນຄວາມຮູ້ສຶກຂອງເຂົາມື້ລະໜ້ອຍ
6. ເມື່ອເຮົາຮູ້ສຶກວ່າເຂົາກໍ່ຮູ້ສຶກດີກັບເຮົາແລ້ວ ເຮົາກໍ່ເຮັດທຳທ່າຫາຍຕົວ ຈາກທີ່ເຄີຍທັກເຂົາໄປກ່ອນ ກໍ່ລໍຖ້າໃຫ້ເຂົາເປັນຄົນທັກມາກ່ອນ ຖ້າເຮົາຫາຍໄປແລ້ວເຂົາທັກມາກ່ອນ ເຮົາກໍ່ບໍ່ຟ້າວຕອບທັນທີ ເບິ່ງໄປກ່ອນໃຫ້ມີການທັກມາອີກຈັກສອງສາມເທື່ອ ນັ້ນກໍ່ສະແດງວ່າເຮົາຈີບເຂົາຕິດແລ້ວ
7. ເມື່ອເຮົາໝັ້ນໃຈວ່າເຂົາກໍ່ຮູ້ສຶກໂອເຄກັບເຮົາຫຼາຍຂຶ້ນກວ່າເກົ່າແລ້ວຈິ່ງຄ່ອຍເຜີຍຄວາມຮູ້ສຶກ
8. ຫຼັງຈາກເປີດເຜີຍຄວາມຮູ້ສຶກໃຫ້ອີກຝ່າຍໜຶ່ງຮັບຮູ້ຖ້າອີກຝ່າຍຄິດຄືກັນ ກໍ່ຖືວ່າໂຊກດີເຮົາກໍ່ສານສຳພັນຕໍ່ ແຕ່ຖ້າອີກຝ່າຍບໍ່ຄິດຄືກັນກັບເຮົາກໍ່ຄວນຕັດໃຈ ຫຼື ຈະຕື້ຈີບຕໍ່ໄປນັ້ນກໍ່ຂຶ້ນກັບການຕັດສິນໃຈຂອງຕົວເຮົາເອງ
ວິທີທີ່ແອັດໃຊ້ເມື່ອຕອນໄວເອ໊າະໆ ກໍ່ມີພຽງເທົ່ານີ້ ຖ້າຫາກເພື່ອນໆຄົນໃດມີປະສົບການດີໆກ່ຽວກັບເລື່ອງການຈີບຄົນທີ່ຕົນຮັກ ແລະ ຢາກຮ່ວມແຊຣປະສົບການກໍ່ສາມາດຂຽນສົ່ງມາແບ່ງປັນໃຫ້ເພື່ອນໆອ່ານນຳກັນໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...