Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານຕັດສິນລົງໂທດ ຜູ້ຄ້າຢາເສບຕິດຈຳຄຸກຕະຫຼອດຊີວິດ

ສານຕັດສິນລົງໂທດ ຜູ້ຄ້າຢາເສບຕິດຈຳຄຸກຕະຫຼອດຊີວິດ

Published on

ໃນວັນທີ 21 ກຸມພາ 2017 ຜ່ານມາທີ່ ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນລົງໂທດທ້າວ ເພັງຊົງ ອາຍຸ 23 ປີຢູ່ ບ້ານໜອງສອງຫ້ອງ, ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ຈໍາຄຸກຕະຫລອດຊີວິດ, ໃນຂໍ້ຫາຄ້າຂາຍຢາເສບຕິດ, ເຊິ່ງຄະດີມີຢູ່ວ່າ: ທ້າວ ເພັງຊົງ ໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດມາແຕ່ຕົ້ນປີ 2016 ໂດຍຊື້ນຳທ້າວ ທອງວ່າງ ອາຍຸ 22 ປີ  ຢູ່ບ້ານດຽວກັນ  ແລ້ວໄປຂາຍໃຫ້ຊາວໜຸ່ມພາບໃນບ້ານ ແລະ ບ້ານໃກ້ຄຽງ. ຕົກມາວັນທີ 1 ມິຖຸນາ 2016 ທ້າວ ເພັງຊົງ ໄດ້ໄປເອົາຢາບ້ານໍາທ້າວ ທອງວ່າງ ຢູ່ເຂດບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງຈໍານວນ 3 ມັດ, ຈາກນັ້ນກໍໄດ້ເອົາໄປສົ່ງໃຫ້ ລູກຄ້າ ທີ່ນັດຊື້ຢູ່ບ້ານພັກແຫ່ງໜຶ່ງ ຢູ່ບ້ານນາລ້ອນ, ເມືອງໄຊທານີ, ແຕ່ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີໄດ້ເສຍກ່ອນ ແລະຖືກສານຕັດສີນລົງໂທດຕາມລະບຽບກົດໝາຍດັ່ງກ່າວ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...