HomeBaby-ແມ່ແລະເດັກພຶດຕິກຳທີ່ບົ່ງບອກວ່າລູກນ້ອຍເປັນ...ອໍທິສຕິກ

ພຶດຕິກຳທີ່ບົ່ງບອກວ່າລູກນ້ອຍເປັນ…ອໍທິສຕິກ

Published on

ອໍທິສຕິກ ຄື ອາກາດທີ່ສະແດງໃຫ້ເຫັນເຖິງຄວາມຜິດປົກກະຕິຂອງການພັດທະນາສະໝອງຂອງເດັກນ້ອຍ ລັກສະ ນະຂອງເດັກນ້ອຍທີ່ເປັນ ອໍທິສຕິກ ແມ່ນຈະມັກແຍກຕົວບໍ່ເຂົ້າໝູ່ມັກຢູ່ຄົນດຽວ, ບໍ່ເວົ້າ ຫຼື ຕິດຕໍ່ທາງພາສາກັບຄົນອື່ນ ແລະ ບັນຫາດ້ານພຶດຕິກຳ ເດັກທີ່ເປັນໂຣກນີ້ຈະເປັນຕັ້ງແຕ່ເກີດ ແຕ່ຈະມີອາການສະແດງໃຫ້ເຫັນເມື່ອຕອນອາຍຸປະມານ 3 – 5 ເດືອນ ຫຼື ຫຼາຍກວ່ານັ້ນ ສ່ວນຫຼາຍແມ່ນຈະເຫັນໄດ້ຊັດເຈນເມື່ອເດັກນ້ອຍອາຍຸໄດ້ 2 ປີ

ສຳລັບ ຄໍລຳ ແມ່ ແລະ ລູກ ໃນມື້ນີ້ ແອັດມິນມີພຶດຕິກຳທີ່ບົ່ງບອກວ່າລູກນ້ອຍເປັນ…ອໍທິສຕິກ ມາໃຫ້ພວກທ່ານໄດ້ສຶກສາຂໍ້ມູນໄວ້ເປັນຄວາມຮູ້ ເຊິ່ງຈະມີພຶດຕິກຳໃດແນ່ນັ້ນເຮົາມາຮູ້ຈັກພ້ອມກັນເລີຍ

  1. ເດັກດູດນົມໄດ້ບໍ່ດີປານໃດ
  2. ມິດເສີຍບໍ່ສົນໃຈໃຜ
  3. ບໍ່ສະແດງທ່າທາງ ຫຼື ສົ່ງສຽງຮ້ອງ
  4. ບໍ່ສົນໃຈໃຜ ແຕ່ບາງຄົນກໍ່ຕິດຄົນຫຼາຍຈົນເກີນໄປ
  5. ບໍ່ສົບຕາໃຜ
  6. ບໍ່ສົນໃຈທີ່ຈະໃຫ້ໃຜອຸ້ມ
  7. ບໍ່ຕອບສະໜອງດ້ານອາລົມ
  8. ຊີ້ນິ້ວບໍ່ເປັນ
  9. ເອີ້ນຊື່ຄົນທີ່ຫຼິ້ນນຳບໍ່ເປັນ
  10. ບໍ່ມີຄວາມກະຕືລືລົ້ນຄືເດັກນ້ອຍຄົນອື່ນ
  11. ຜູກພັນແຕ່ກັບສິ່ງທີ່ມັກຊ້ຳໆ ເຊັ່ນ: ເບິ່ງກະຕູນເລື່ອງເກົ່າຊ້ຳໆ, ຟັງເພງຊ້ຳໆ…
  12. ບໍ່ສົນໃຈຄົນ ຫຼື ສິ່ງແວດລ້ອມອ້ອມຕົວມັກເກັບຕົວຄົນດຽວ
  13. ບໍ່ສາມາດສື່ສານໃຫ້ຄົນອື່ນເຂົ້າໃຈ
  14. ເຄື່ອນໄຫວຮ່າງກາຍຊ້າກວ່າເດັກທົ່ວໄປ
  15. ບໍ່ເຂົ້າໃຈການສື່ສານຈາກຄົນອື່ນ
  16. ບໍ່ສາມາດໃຊ້ພາສາທ່າທາງໃນການສື່ສານໄດ້
  17. ມັກເບິ່ງສິ່ງຂອງໝູນໆ ເຊັ່ນ: ພັດລົມ, ຕີນລົດໝູນ
  18. ຫຼິ້ນບໍ່ເປັນມັກເອົາມາດົມ, ເຄາະ,​ ໂຍນ ຫຼື ເອົາເຂົ້າປາກອົມ

 

ແຫລ່ງຂໍ້ມູນຈາກ: http://haamor.com/th/

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...