Homeວິທະຍາສາດ-ວິທະຍາການBMW ກຽມຜະລິດລົດຈັກລອຍໄດ້ 1200 GS ອອກມາເປັນຮຸ້ນທຳອິດ!

BMW ກຽມຜະລິດລົດຈັກລອຍໄດ້ 1200 GS ອອກມາເປັນຮຸ້ນທຳອິດ!

Published on

ລົດຈັກລອຍໄດ້ BMW R1200GS Adventure Hover Bike ລົດຕົ້ນແບບໂດຍ LEGO Technic

LEGO Technic ບໍລິສັດຜະລິດລົດຂອງຫຼິ້ນຊື່ດັງຈາກ ເດນມາກ ເກີດແນວຄວາມຄິດຕໍ່ຍອດຈາກການເຮັດໂມເດລຈຳລອງ BMW R1200GS Adventure Hover Bike ໃຫ້ກາຍເປັນລົດຈັກໃຊ້ໄດ້ແທ້ ທີ່ເພີ່ມເຕີມຄວາມພິເສດເຂົ້າໄປດ້ວຍຄວາມສາມາດລອຍຕົວຈາກພື້ນດິນ ເພື່ອຄວາມເປັນທີ່ສຸດຂອງລົດຈັກ ສະໄຕລແອດເວນເຈີລຸ້ນນີ້ ເຮັດໃຫ້ສາມາດເດີນທາງໄປທຸກສະຖານທີ່ທີ່ຕ້ອງການໄປຢ່າງບໍ່ຈຳກັດ

ທີມງານ LEGO Technic ຈິ່ງເດີນທາງໄປທີ່ສຳນັກງານໃຫຍ່ BMW Motorrad ເພື່ອນຳສະເໜີແນວຄວາມຄິດນີ້ ເຊິ່ງທາງ BMW ເອງ ກໍ່ເຫັນດີກັບການສ້າງລົດຕົ້ນແບບຂຶ້ນມາ ທີ່ເປັນການສະທ້ອນໃຫ້ເຫັນອີກໜຶ່ງຮູບແບບຂອງລົດຈັກທີ່ອາດຈະເກີດຂຶ້ນໃນອານາຄົດ

https://youtu.be/sNzmmMXDKBs

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...