Homeຂ່າວເຫດການອົງການອະນາໄມໂລກ ໃຫ້ທຶນຊ່ວຍເຫຼືອສຸມໃສ່ແຜນຍຸດທະສາດ

ອົງການອະນາໄມໂລກ ໃຫ້ທຶນຊ່ວຍເຫຼືອສຸມໃສ່ແຜນຍຸດທະສາດ

Published on

ວັນ​ທີ 21 ກຸມພາ 2017 ຜ່ານມາທີ່ໂຮງແຮມ​ແລນ​ມາກ ກະຊວງ​ສາທາລະນະ​ສຸກ ແລະ ອົງການ​ອະນາໄມ​ໂລກ ໄດ້ຈັດ​ພິທີ​ລົງນາມ​ແຜນ​ຍຸດ​ທະ​ສາດ​ການ​ຮ່ວມມື​ແຕ່ 2017 ຫາ 2021 ລະຫວ່າງ ລະຫວ່າງທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະສຸກ ແລະ ທ່ານ Shin Young-Soo ເອກ​ອະທິບໍດີ​ອົງການ​ອະນາ​ໄມ​ໂລກ ປະຈຳ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ມີ​ບັນດາ​ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ແຜນ​ຍຸດ​ທະ​ສາດ​ການ​ຮ່ວມມື​ຄັ້ງ​ນີ້ແມ່ນ​ສຸມ​ໃສ່ 5 ທິດ​ທາງຍຸດ​ທະ​ສາດ ເຊັ່ນ: ການ​ສ້າງ​ລະບົບ​ສາທາລະນະ​ສຸກ ໃຫ້​ບັນລຸເປົ້າ​ໝາຍ​ການ​ປະກັນ​ສຸຂະພາບທົ່ວ​ປວງ​ຊົນ, ການ​ປະຕິບັດ​ບັນດາແຜນ​ງານ​ຕົ້ນຕໍ​ຂອງ​ຂະແໜງ​ສາທາ​ລະນະ​ສຸກ ​ຢ່າງ​ມີ​ປະ​ສິດທິພາບ ຮັບປະກັນ​ຄວາມ​ປອດ​ໄພທາງ​ດ້ານ​ສຸຂະພາບ, ການ​ເຜີຍແຜ່​ດ້ານ​ນະໂຍບາຍ​ສາທາລະນະສຸກ ແລະ ຕ້ອງ​ເປັນ​ຄູ່​ຮ່ວມ​ພັດທະ​ນາ​ທີ່​ຫ້າວຫັນ ໃນ​ອະນຸ​ພາກພື້ນ​ແມ່ນ້ຳ​ຂອງ ແລະ ອາ​ຊຽນ ເຊິ່ງ​ໂຄງການ​ນີ້​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ອົງການ​ອະ​ນາໄມ​ໂລກ ສະເລ່ຍ​ປີ​ລະ​ປະມານ 2 ລ້ານ​ໂດ​ລາ​ສະຫະລັດ ປະມານ 16 ຕື້​ກວ່າ​ກີບ ຫຼື ອາດ​ຫຼາຍ​ກວ່ານັ້ນ ຂຶ້ນ​ກັບ​ສະພາບ​ເງື່ອນໄຂການ​ລະບາດ​ຂອງ​ພະຍາດ ແລະ ກໍລະນີ​ສຸກ​ເສີນ​ທາງ​ການ​ແພດ.

ໂອກາດ​ນີ້ ທ່ານ ບຸນ​ກອງ ສີຫາ​ວົງ ໄດ້​ກ່າວ​ສະແດງ​ຄວາມຂອບໃຈ​ຕໍ່​ອົງການ​ອະນາໄມ​ໂລກ ທີ່​ໃຫ້ການ​ສະໜັບສະໜູນ​ຊ່ວຍເຫຼືອ ​ສປປ ລາວ ໂດຍ​ສະເພາະວຽກ​ງານ​ທາງ​ດ້ານ​ການ​ແພດ​ຕະຫຼອດ​ມາ ແລະ ການ​ຊ່ວຍເຫຼືອຄັ້ງ​ນີ້ ເປັນ​ການ​ປະກອບສ່ວນ​ຊຸກຍູ້​ໃຫ້​ການຈັດຕັ້ງ​ປະຕິບັດ ​ແຜນພັດທະນາສາທາລະນະ​ສຸກ 5 ປີ ຄັ້ງ​ທີ VIII ແລະ ແຜນ​ປະຕິ​ຮູບ​ສາທາ​ລະນະ​ສຸກ​ໄລຍະ​ສອງ ໃຫ້​ໄດ້ຮັບ​ຜົນສຳເລັດ ບັນລຸ​ໄດ້​ຕາມ​ຈຸດປະສົງ​ລະດັບ​ຄາດໝາຍ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...