spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ອຸດົມໄຊ ຈັບພໍ່ຄ້າ-ຂາຍຢາເສບຕິດມາດຳເນີນຄະດີ

ເຈົ້າໜ້າທີ່ ອຸດົມໄຊ ຈັບພໍ່ຄ້າ-ຂາຍຢາເສບຕິດມາດຳເນີນຄະດີ

Published on

ຫວ່າງບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ, ໄດ້ຈັບຕົວທ້າວ ບຸນໄຊ ຢາງ ອາຍຸ 34 ປີ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ມາດໍາເນີນຄະດີ, ຫລັງຈາກມີການ ລັກລອບເຄື່ອນໄຫວຄ້າ-ຂາຍຢາເສບຕິດ, ເຊິ່ງເຈົ້າໜ້າທີ່ຕຳຫຼວດ ຈັບໄດ້ໃນຂະນະເອົາຢາບ້າຈໍານວນ 9.200 ເມັດ ຊຸກເຊື່ອງໄວ້ໃນລົດກະບະວີໂກ້ ໝາຍເລກທະບຽນ ກສ 5284 ກຳແພງນະຄອນ, ເພື່ອຈະເອົາໄປສົ່ງໃຫ້ລູກຄ້າ, ແຕ່ຂັບລົດມາຕາມເສັ້ນທາງເລກ 13 ເໜືອ ໃນເຂດ ບ້ານຫ້ວຍກຸມ  ເມືອງໄຊ ແຂວງອຸດົມໄຊ ກໍຖືກເຈົ້າໜ້າທີ່ຈັບໄດ້, ພ້ອມອາຍັດລົດ, ເງິນຈໍານວນ 450 ພັນກີບ, 4 ພັນບາດ (ສະກຸນເງິນໄທ) ແລະ ໂທລະສັບມືຖື 2 ໜ່ວຍທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດໄວ້ເປັນຫລັກ ຖານເພື່ອດໍາເນີນຄະດີຕາມລະບຽກົດໝາຍ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...