Home​ຂ່າວທ່ອງທ່ຽວ4 ປະເທດໃນ EUROPE ທີ່ເໝາະກັບນັກທ່ອງທ່ຽວທີ່ມີງົບໜ້ອຍ

4 ປະເທດໃນ EUROPE ທີ່ເໝາະກັບນັກທ່ອງທ່ຽວທີ່ມີງົບໜ້ອຍ

Published on

ສຳລັບຄົນທີ່ມັກການເດີນທາງທ່ອງທ່ຽວແລະ ມີຄວາມຝັນຢາກໄປທ່ຽວໃນເຂດ ຢຸໂຣບ ແຕ່ຕິດທີ່ງົບໜ້ອຍ ຢ້ານງົບບໍ່ພໍ ມື້ນີ້ແອັດເລີຍຈະມາແນະນຳ 4 ປະເທດໃນເຂດ ຢູ່ໂຣບ ທີ່ທ່ຽວງ່າຍທ່ຽວສະບາຍກະເປົາມາຝາກກັນ

Czech Republic

Czech Republic ຕັ້ງຢູ່ເຂດພື້ນທີ່ຢູ່ໂຣບຕະເວັນອອກ ມີເມືອງໜ້າທ່ຽວຢ່າງ Prague ທີ່ງາມສະກົດໃຈ ບັນຍາກາດໂຣແມນຕິດສຸດໆ ໂດຍການເດີນທາງມາເມືອງ ປຣາກນັ້ນ ຄ່ອນຂ້າງງ່າຍ ເນື່ອງຈາກມີຄົມມະນາຄົມທີ່ດີ ມີລົດໄຟ ແລະ ລົດໄຟໃຕ້ດິນມາເມືອງນີ້ທຸກໆ 30 ນາທີ ຕະຫຼອດ 24 ຊົ່ວໂມງ ລາຄາປີ້ລົດໄຟກໍ່ພຽງແຕ່ 4.65 ໂດລາ ເທົ່ານັ້ນ ສ່ວນອາຫານກໍ່ແຊບຖືກປາກ ແລະ ລາຄາກໍ່ສົມເຫດສົມຜົນປະມານ 7 ໂດລາ ແລະ ເບຍ 2 ໂດລາ, ຄ່າທຳນຽມເຂົ້າຊົມພິພິດຕະພັນຄື 3-8 ໂດລາ.

Albania

Albania ຢູ່ທາງພາກເໜືອຂອງກຣີຊຄືກັບໂຄຣເອເຊຍ ເປັນປະເທດທີ່ມີສ່ວນປະສົມລະຫວ່າງອາຫຼັບ – ຢຸໂຣບ ຄົນທີ່ອາໃສຢູ່ບ່ອນນີ້ຖືສາສະໜາອິສລາມ ຄ່າຄອງຊີບຕ່ຳ ສະຖານທີ່ທ່ຽວເຕັມໄປດ້ວຍ ສວນ, ໂຮງລະຄອນ ແລະ ພິພິດຕະພັນເຕັມເມືອງ ມີວິວຊາຍຝັ່ງທະເລໄວ້ເປັນບ່ອນຜ່ອນຄາຍກັບອາກາດດີໆ ແລະ ທະເລສີຟ້າຄາມ ເລື່ອງການຂົນສົ່ງຄົມມະນາຄົມທີ່ແອລເບີເນຍອາດບໍ່ສະດວກສະບາຍປານໃດ ແຕ່ມີລາຄາຖືກ ມີລົດເມຜ່ານທຸກໆ 10 ນາທີ ໃນລາຄາ 40 Lek (1 Lek = 0.001 ໂດລາ) ແລະ ລາຄາອາຫານທີ່ຮ້ານອາຫານລະດັບກາງລາຄາຈະຢູ່ທີ່ 5-10 ໂດລາ 

Serbia

Serbia ປະເທດນ້ອຍໆ ທີ່ເຕັມໄປດ້ວຍເທດສະການມ່ວນຊື່ນ ແລະ ສະຖາປັດຕະຍາກຳທີ່ງົດງາມ ພ້ອມມົນສະເໜ່ຂອງໂລກເກົ່າແກ່ສຸດຍູນິດ ບໍ່ແປກໃຈເລີຍວ່າທີ່ເຊີເບຍ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວເສັ້ນທາງໃໝ່ ລາຄາລົດເມທີ່ເຊີເບຍປະມານ 2-5 ໂດລາ, ລົດໄຟແລ່ນໄລຍະສັ້ນຈາກເມືອງໜຶ່ງໄປອີກເມືອງໜຶ່ງລາຄາ 4-7 ໂດລາ. ລາຄາກາເຟຢູ່ທີ່ ຈອກລະ 1 ໂດລາ ສ່ວນອາຫານລາຄາສະເລ່ຍ 2-3 ໂດລາ.

Croatia

Croatia ອຸດສາຫະກຳຫຼັກຂອງບ່ອນນີ້ແມ່ນ ປະມົງ ແລະ ທ່ອງທ່ຽວ ແນ່ນອນວ່າໂຄຣເອເຊຍ ຄືເມືອງຕິດທະເລ ແລະ ພູເຂົາ ຮຽກວ່າຖ້າໃຜໄດ້ມາທ່ຽວບ່ອນນີ້ຄືກັບຍິງປືນນັດດຽວໄດ້ນົກສອງໂຕ ທັງໄດ້ທ່ຽວທະເລ ແລະ ພູເຂົາ ສະພາບອາກາດບ່ອນນີ້ຄ້າຍຄືກັບອິຕາລີ ການເດີນທາງພາຍໃນຕົວເມືອງ ແລະ ທ້ອງຖິ່ນຢູ່ທີ່ 1-2 ໂດລາ ສ່ວນຫຼາຍຄົນຈະນິຍົມເດີນທາງດ້ວຍລົດເມ ສ່ວນເດີນທາງດ້ວຍລົດໂດຍສານ ໂດຍປີ້ເດີນທາງຈາກ Zadar ໄປທີ່ Dubrovnik ຢູ່ທີ່ປະມານ 26 ໂດລາ ແລະ ເຮືອເຟີລີຈາກ Split ຮອດ Hvar ຢູ່ທີ່ລາຄາ 10 ໂດລາ ສ່ວນອາຫານຈະເລີ່ມຕົ້ນທີ່ລາຄາ 10 – 20 ໂດລາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...