spot_img
Homeຂ່າວຕ່າງປະເທດເກີດເຫດ ຍົນນ້ອຍ ຕົກໃສ່ຫ້າງສັບພະສິນຄ້າ

ເກີດເຫດ ຍົນນ້ອຍ ຕົກໃສ່ຫ້າງສັບພະສິນຄ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກຸມພາ 2017 ນີ້ວ່າ  ເກີດອຸປະຕິເຫດ ຍົນຂະໜາດນ້ອຍ ຕົກໃສ່ຫຼັງຄາຊ໊ອບປິ້ງມໍ ຢູ່ເມືອງເມລເບິນ ຂອງປະເທດອອສເຕຣເລຍ ໃນເວລາປະມນ 09:00 ໂມງ ຕາມເວລາທ້ອງຖິ່ນຂອງມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ເຊິ່ງທັງໝົດ 5 ຄົນນັ້ນ ເປັນຜູ້ໂດຍສານທີ່ນັ່ງຢູ່ເທິງຍົນນ້ອຍ, ຍົນນ້ອຍ ເຊົ່າເໝົາລຳນີ້ ຄາດປະສົບອຸປະຕິເຫດຍ້ອຍເຄື່ອງຍົນຂັດຂ້ອງ ຂະນະຂຶ້ນບິນຈາກສະໜາມບິນເອສເຊນດອນ ເມືອງເມລເບິນ ເພື່ອມຸ່ງໜ້າໄປຫາເກາະຄິງຂອງທາສເມເນຍ ເຊິ່ງຢູ່ຫ່າງຈາກເມືອງເມລເບິນ ໄປທາງທິດໃຕ້ປະມານ 245 ກິໂລແມັດ

ໃນຕອນເກີດອຸປະຕິເຫດຫ້າງສັບພະສິນຄ້າຍັງບໍ່ທັນເປີດບໍລິການ, ເຄື່ອງບິນໄດ້ຕົກໃສ່ພື້ນທີ່ເກັບເຄື່ອງດ້ານຫຼັງຂອງຕຶກ ເຮັດໃຫ້ເກີດໄຟໄໝ້ ແລະມີຄວັນດຳພຸ່ງຂຶ້ນເທິງທ້ອງຟ້າ, ພະນັກງານທັງໝົດປອດໄພ ຂະນະທີ່ທາງການປະກາດວ່າ ຈະເລັ່ງສອບສວນວ່າ ເປັນຍ້ອນສາເຫດຫຍັງທີ່ເຮັດໃຫ້ເຄື່ອງບິນຕົກ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...