spot_img
Homeວິທະຍາສາດ-ວິທະຍາການ"ເຈ. ໂຣເບຣີດ" ຜູ້ສ້າງລະເບີດປະລາມານູລູກທຳອິດຂອງໂລກ

“ເຈ. ໂຣເບຣີດ” ຜູ້ສ້າງລະເບີດປະລາມານູລູກທຳອິດຂອງໂລກ

Published on

ເຈ.ໂຣເບຣິດ ອອບເພນໄຮເມີຣ໌ ເກີດເມື່ອວັນທີ 22 ເມສາ 1904 ທີ່ເມືອງ ນິວຢອກ ປະເທດ ສະຫະລັດອາເມລິກາ ໃນຄອບຄົວຮັ່ງມີ ມີພໍ່ຊື່ “ຈູເລຍສ໌” ເປັນຊາວເຢຍລະມັນທີ່ໄດ້ອົບພະຍົບຈາກເຢຍລະມັນມາທີ່ສະຫະລັດອາເມລິກາ ແລະ ປະກອບອາຊີບເຮັດທຸລະກິດກ່ຽວກັບເສື້ອຜ້າ ໂຣເບຣິດ ຈະເປັນຄົນຂີ້ອາຍ ມັນຢຸ່ຄົນດຽວ ແລະ ມັກອ່ານໜັງສືກ່ຽວກັບວິທະຍາສາດ.

ເມື່ອເກີດສົງຄາມໂລກຄັ້ງທີ 2 ໃນປີ 1943 – 1945 ໂຣເບຣິດ ໄດ້ມາຮັບຕຳແໜ່ງຜູ້ອຳນວຍການຮອງປະຕິບັດການສ້າງລະເບີດປະລາມານູ ເພື່ອຢຸດສົງຄາມໃນໂຄງການແມນຮັດຕັນ ທີ່ບໍລິເວນ ລອສອາລາໂມສ ລັດນິວເມັກຊິໂກ ເມື່ອປີ 1945 ກໍ່ສາມາດສ້າງລູກລະເບີດປະລາມານູລູກທຳອິດໄດ້ສຳເລັດ ແລະ ລະເບີດດັ່ງກ່າວກໍ່ໄດ້ນຳໄປໃຊ້ໃນສົງຄາມໂລກທີ່ ຮິໂຣຊິມາ ແລະ ນາງາຊາກິ ເຊິ່ງໃນໃຈຂອງ ໂຣເບຣິດເຕັມໄປດ້ວຍຄວາມຮູ້ສຶກຜິດ ໂດຍເຂົາໄດ້ກ່າວກັບໃນເວທີສະພາປະຊາຄົມໃຫ່ແຫ່ງສະຫະລັດວ່າ: “ຮຽນທ່ານປະທານ ທັງສອງມື້ຂອງຂ້ອຍນັ້ນເຕັມໄປດ້ວຍເລືອດ”

ເມື່ອວັນທີ 18 ກຸມພາ 1967 “ເຈ. ໂຣເບຣິດ ອອບເພນໄຮເມີ” (J. Robert Oppenheimer) ຮູ້ຈັກກັນໃນນາມ “ບິດາແຫ່ງປະລາມານູ” ໄດ້ເຖິງແກ່ມໍລະນະກຳໃນໄວອາຍຸ 63 ປີ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...