Homeນານາສາລະເຄື່ອງດື່ມທີ່ຊ່ວຍແກ້ເມົາຄ້າງ

ເຄື່ອງດື່ມທີ່ຊ່ວຍແກ້ເມົາຄ້າງ

Published on

ອາການເມົາຄ້າງ ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ເຮັດໃຫ້ເຊວສະໝອງແຫ່ວ, ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ເຮົາຂັບສິ່ງເສດເຫຼືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ ດັ່ງນັ້ນມື້ນີ້ເຮົາຈຶ່ງຈະມາແນະນຳເຄື່ອງດື່ມ ທີ່ຊ່ວຍແກ້ອານເມົາຄ້າງໄດ້ດັ່ງນີ້

  • ນໍ້າ: ສາເຫດທີ່ເຮັດໃຫ້ເມົາ ເກີດຈາກສະພາວະຂາດນໍ້າໃນຮ່າງກາຍ ເພາະຮ່າງກາຍຕ້ອງຂັບແອວກໍຮໍອອກໄປ ຈຶ່ງເຮັດໃຫ້ມີນໍ້າອອກໄປພ້ອມ ທາງແກ້ຄືດື່ມນໍ້າຫຼາຍໆ ເພື່ອຊົດເຊີຍການເສຍນໍ້າ
  • ເຄື່ອງດື່ມຮ້ອນໆເຊັ່ນ: ນໍ້າຊາ, ຊາໝາກນາວ ແລະອື່ນໆ
  • ນໍ້າອັດລົມ ຫຼືໂຄກ:  ຄົນອັງກິດນິຍົມດື່ມນໍ້າອັດລົມແກ້ອາການເມົາຄ້າງ ເພາະນໍ້າອັດລົມຈະຊ່ວຍຂັບແອວກໍຮໍໃນເສັ້ນເລືອດອອກໄປ
  • ນົມອຸ່ນໆ: ດື່ມນົມອຸ່ນໃຫ້ໝົດແກ້ວ ການດື່ມນົມຈະຊ່ວຍດື່ມຊັບແອວກໍຮໍໃນຮ່າງກາຍໄດ້ ແຕ່ກໍບໍ່ຄວນດື່ມຫຼາຍ ເພາະອາດເຮັດໃຫ້ຮາກໄດ້
  • ເຄື່ອງດື່ມວິຕາມິນ: ສຳລັບໃຜທີ່ຮູ້ຕົວວ່າ ຕ້ອງອອກງານ ແລະຕ້ອງດື່ມແອວກໍຮໍຫຼາຍ ຄວນໄປຊອກຊື້ເຄື່ອງດື່ມວິຕາມິນບີ ແລະຊີ ໃນຮ້ານຂາຍມາໄວ້ ເພາະເຄື່ອງດື່ມນີ້ຈະຊ່ວຍຫຼຸດອາການເມົາຄ້າງ ແລະເຈັບຫົວໄດ້
  • ເຄື່ອງດື່ມເກືອແຮ່: ການດື່ມເຄື່ອງດື່ມເກືອແຮ່ທີ່ມີຂາຍຕາມຮ້ານທົ່ວໄປ ສາມາດຟື້ນຟູອາການຂາດນໍ້າໄດ້ ແລະຊ່ວຍລະບົບຕ່າງໆໃນຮ່າງກາຍເຮັດວຽກໄດ້ດີຂຶ້ນ
  • ນໍ້າສົ້ມຄັ້ນສົດ: ການດື່ມນໍ້າສົ້ມຄັ້ນ ຈະຊ່ວຍຫຼຸດອາການເຈັບຫົວ ແລະວິນຫົວ, ນອກນັ້ນຍັງຊ່ຍຊົດເຊີຍອາການຂາດນໍ້າຫຼັງດື່ມຫຼາຍເກີນໄປ
  • ນໍ້າເຜິ້ງປະສົມນໍ້າໝາກນາວ: ການດື່ມເຄື່ອງດື່ມທີ່ມີວິຕາມິນຊີ ຈະຊ່ວຍຫຼຸດປະລິມານສານຕົກຄ້າງທີ່ມີໃນຕັບໄດ້
  • ນໍ້າຂີງອຸ່ນໆ: ເປັນເຄື່ອງດື່ມ ທີ່ຊ່ວຍເລື່ອງຂອງລະບົບຫາຍໃຈ ຊ່ວຍໃຫ້ເຮົາດີຈາກອາການເຈັບຫົວ ເພາະເມົາຄ້າງໄດ້ ແລະຍັງຊ່ວຍເລື່ອງລະບົບການຂັບຖ່າຍແອວກໍຮໍອອກມາໄດ້ດີຂຶ້ນ
  • ນໍ້າອ້ອຍຄັ້ນສົດ: ການດື່ມນໍ້າອ້ອຍສົດໆບໍ່ໃສ່ນໍ້າກ້ອນ ​1 ແກ້ວ ຈະຊ່ວຍແກ້ອາການເມົາຄ້າງ, ອາການເຈັບຫົວ ແລະອ່ອນເພຍໄດ້

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...