spot_img
Homeຂ່າວເຫດການປະກາດແຕ່ງຕັ້ງ ຮອງປະທານອົງການກວດສອບແຫ່ງລັດ 2 ທ່ານ

ປະກາດແຕ່ງຕັ້ງ ຮອງປະທານອົງການກວດສອບແຫ່ງລັດ 2 ທ່ານ

Published on

ເວັບໄຊ ໜັງສືພິມປະຊາຊົນ ລາຍງານຄັ້ງວັນທີ 16 ກຸມພານີ້ວ່າ ທີ່ອົງການກວດສອບແຫ່ງລັດ ໄດ້ມີພິທີປະກາດແຕ່ງຕັ້ງ ທ່ານ ບຸນປອນ ວັນນະສີ ແລະ ທ່ານ ບຸນເລີດ ເທບວົງສາ ເປັນຮອງປະທານອົງການກວດສອບແຫ່ງລັດ ໃນວັນທີ 15 ກຸມພາຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະ ທານອົງການກວດສອບແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມນຳ.

ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານການນຳທີ່ໄດ້ຮັບການແຕ່ງຕັ້ງ ເປັນຮອງປະທານອົງການກວດສອບແຫ່ງລັດ 2 ທ່ານຄັ້ງນີ້ ຊຶ່ງແມ່ນການປັບປຸງການຈັດຕັ້ງຂອງ ອົງການກວດສອບແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ຄົບຊຸດເປັນກ້າວໆ ແລະ ມີຖັນແຖວພະນັກງານທີ່ເຕີບໃຫຍ່ ແລະ ມີລະດັບວິຊາສະເພາະ ນັບມື້ນັບສູງຂຶ້ນ, ສາມາດເຄື່ອນໄຫວວຽກງານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ ສາມາດປະຕິບັດໜ້າທີ່ວຽກງານກວດສອບ ໃຫ້ມີຄຸນນະພາບ, ມີມາດຕະຖານ, ມີຄວາມໂປ່ງໃສ ແລະ ເປັນກຳລັງແຮງຊຸກດັນ, ສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບ ເຮັດໃຫ້ວຽກງານຄຸ້ມຄອງລັດ, ຄຸ້ມຄອງຫົວໜ່ວຍງົບປະມານແຫ່ງ ລັດ ໃນການນຳໃຊ້ງົບປະມານ ແຫ່ງລັດມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຄຸນນະພາບເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ແລະ ພື້ນຖານໂຄງລ່າງດີຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການ, ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ສ້າງສະຕິຕື່ນຕົວໃຫ້ສັງຄົມ ໄດ້ມີຄວາມຮັບຜິດຊອບຢ່າງຕັ້ງໜ້າ ເພື່ອເຮັດໃຫ້ອົງການກວດສອບແຫ່ງລັດມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.

 

ແຫລ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...