spot_img
Homeຂ່າວທ້ອງຖິ່ນ​​ເຈົ້າໜ້າ​ທີ່​ກວດກາ​ປ່າ​ໄມ້ແຂວງຄຳມ່ວນ ກວດ​ຍຶດໄມ້​ເຖື່ອນ​ຈຳນວນ​ຫລາຍ ຊຸກເຊື່ອງໄວ້ໃຕ້ດິນ

​​ເຈົ້າໜ້າ​ທີ່​ກວດກາ​ປ່າ​ໄມ້ແຂວງຄຳມ່ວນ ກວດ​ຍຶດໄມ້​ເຖື່ອນ​ຈຳນວນ​ຫລາຍ ຊຸກເຊື່ອງໄວ້ໃຕ້ດິນ

Published on

ຄຳ​ສັ່ງ​ເລກທີ 15/ນຍ ຍັງ​ສືບ​ຕໍ່​ອອກ​ລິດ ​​ແລະ ເຊື່ອມ​ໂຍງ​ເຖິງໂຕ​ຜູ່​ກະທຳ​ຜິດ​ກົດໝາຍ ​ໂດຍ​ສະ​ເພາະ​ແມ່ນ​ພວກ​ຄ້າ-ຂາຍ​ໄມ້​ເຖື່ອນ ຫຼ້າ​ສຸດເມື່ອ​ວັນ​ທີ 15 ກຸມພາ 2017 ຜ່ານ​ມາ​ກໍ​ມີ​ລາຍງານ​ວ່າ ​ເຈົ້າໜ້າ​ທີ່​ກວດກາ​ປ່າ​ໄມ້ ​ແລະ ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ ພ້ອມ​ດ້ວຍ​ອົງການ​ປົກຄອງ​ແຂວງ​ຄຳ​ມ່ວນ ​ໄດ້​ລົງ​ກວດກາ​ຍຶດ​ໄມ້​ຜິດ​ກົດໝາຍ​ຈຳນວນ​ຫຼາຍ​ທີ່​ຊຸກ​ເຊື່ອງ​ໄວ້​ດ້ວຍ​ການ​ຝັງ​ດິນ.

ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ໜັງສືພິມ​ເສດຖະກິດ​-ສັງຄົມ ສະບັບ​ວັນ​ທີ 16 ກຸມພາ 2017 ​ໃຫ້​ຮູ້​ວ່າ ​ໄມ້​ເຖື່ອນ​ເຊິ່ງ​ເຈົ້າໜ້າ​ທີ່​ກວດ​ກູ້​ໄດ້​ຄັ້ງນີ້​ປະກອບ​ມີ​ໄມ້​ຂະ​ຍູງ ​ໄມ້​ດູ່ ​ໄມ້​ແຕ້​ຂ່າ ທີ່​ຖືກ​ບັນຈຸ​ໄວ້​ໃນ​ຕູ້​ຄອນ​ເທັນ​ເນີ ​ໂດຍ​ມີ​ການ​ດັດ​ແປງ​ຕູ້​ເປັນ​ພິ​ເສດ ດ້ວຍ​ການ​ຈອດ​ເຫຼັກ​ເຮັດ​ເປັນ​ລ໋ອກ ​ເພື່ອ​ນຳ​ເອົາ​ໄມ້​ເຂົ້າ​ໄປ​ຊຸກ​ເຊື່ອງ​ໄວ້ ​ແລະ ​ຂຸດ​ຫຼຸມ​ຖົມ​ໄວ້​ໃນ​ດິນລໍຖ້າ​ການ​ເຄື່ອນ​ຍ້າຍ​ອອກ​ໄປ​ຈຳໜ່າຍ​ຕໍ່​ໄປ.

ການ​ກວດກາ​ຄັ້ງນີ້​ພົບ​ເຫັນ​ໄມ້​ດູ່ ​ແລະ ​​ໄມ້​ແຕ້​ຂ່າ​ແປ​ຮູບ​ແລ້ວ​ມີ​ຂະໜາດ 2x10x90 ຈຳນວນ 1.240 ​ໂຕ ​ແລະ​ໄມ້​ຂະໜາດ 2x10x60  ຈຳນວນ 95 ​ໂຕ ໂຮມທັງ​ໝົດ​ມີ​ຈຳນວນ 1.335 ​ໂຕ ສະເຫຼ່ຍ​ເປັນ​ຄິວ​ປະມານ 2 ຄິວ​ກວ່າ ​ແລະ​ ໄມ້ຂະ​ຍູງ​ແມ່ນ​ມີ​ປະ​ມານ 5 ລົດ​ດ້າມ​ໃຫຽ່ 10 ລໍ້ ​ແຕ່​ບໍ່​ສາມາດ​ຄິດ​ໄລ່​ເປັນ​ໂຕນ​ໄດ້​ເທື່ອ ​ເນື່ອງ​ຈາກ​ຍັງ​ຢູ່​ໃນ​ຂັ້ນຕອນ​ການ​ກວດກາ​ຢ່າງ​ລະອຽດ​ຂອງ​ເຈົ້າໜ້າ​ທີ່ ສ່ວນ​ຜູ່​ກະທຳ​ຜິດ​ກໍ​ຈະ​ຕ້ອງ​ຖືກ​ລົງ​ໂທດ​ຕາມ​ລະບຽບກົດໝາຍ​ຢ່າງ​ເຄັ່ງ​ຄັດ.

 

ແຫລ່ງຂ່າວ: ວຽງຈັນວັນນີ້

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...