spot_img
Homeຂ່າວຕ່າງປະເທດບຣາຊິນສົ່ງທະຫານ 9,000 ຄົນ ປ້ອງກັນເທດສະການຄານິວັນ ຫລັງຕຳຫລວດນະຄອນຣີໂອ ຢຸດງານປະທ້ວງ

ບຣາຊິນສົ່ງທະຫານ 9,000 ຄົນ ປ້ອງກັນເທດສະການຄານິວັນ ຫລັງຕຳຫລວດນະຄອນຣີໂອ ຢຸດງານປະທ້ວງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພາຜ່ານມານີ້ວ່າ ທ່ານ ຣາອູນ ຢຸງມັນ ລັດຖະມົນຕີກະຊວງປ້ອງກັນປະເທດບຣາຊິນ ໄດ້ອອກມາເປີດເຜີຍ ເມື່ອວັນອັງຄານ 14 ກຸມພາລະບຸວ່າ ທາງກະຊວງໄດ້ສົ່ງທະຫານ 9,000 ຄົນ ເຂົ້າໄປປະຈຳການຢູ່ ນະຄອນຣີໂອ ເດີຈາເນໂຣ ເພື່ອປ້ອງກັນຄວາມປອດໄພ ກ່ອນການຈັດງານນິເທດສະການຄານິວັນ ຫລັງຈາກທີ່ເກີດເຫດຄວາມຮຸນແຮງເພີ່ມຂຶ້ນ ໃນໄລຍະອາທິດທີ່ຜ່ານມາ ເນື່ອງຈາກເຈົ້າໜ້າທີ່ຕຳຫລວດ ນະຄອນຣີໂອ ເດີຈາເນໂຣ ປະທ້ວງຢຸດງານ ເພື່ອຮຽກຮ້ອງໃຫ້ເພີ່ມຄ່າແຮງງານ.

ທັງນີ້ ນິເທດສະການຄານິວັນ ຈັດຂຶ້ນທຸກໆປີທີ່ນະຄອນຣີໂອ ເດີຈາເນໂຣ ເມືອງໃຫຍ່ອັນດັບ 2 ຂອງບຣາຊິນ ໂດຍຄາດວ່າຈະມີນັກທ່ອງທ່ຽວ ເດີນທາງເຂົ້າຮ່ວມປະມານ 1 ລ້ານຄົນ ໃນລະຫວ່າງວັນທີ 26-27 ກຸມພານີ້.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...