spot_img
Homeຂ່າວພາຍ​ໃນທ່ານວິໄລວັນ ພົມເຂ ລົງກວດ ຜົນເສຍຫາຍຈາກນ້ຳຖ້ວມ

ທ່ານວິໄລວັນ ພົມເຂ ລົງກວດ ຜົນເສຍຫາຍຈາກນ້ຳຖ້ວມ

Published on

 

ໃນໂອກາດທີ່ທ່ານ ວິໄລວັນ ພົມເຂ ກໍາມະການສູນກາງພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ມາເຄື່ອນໄຫວຕິດຕາມສະພາບນ້ໍາຖ້ວມ ແລະ ຊຸກຍູ້ການຜະລິດຢູ່ບັນດາແຂວງພາກກາງ-ພາກໃຕ້ຂອງລາວ ທ່ານກໍ່ໄດ້ພົບປະໂອ້ລົມຄະນະພັກ-ຄະນະພະແນກ ແລະ ສະມາຊິກພັກພາຍໃນພະແນກກະສິກໍາ-ປ່າໄມ້ແຂວງຈໍາປາສັກ ພ້ອມທັງເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມ ແລະ ຊຸກຍູ້ການຜະລິດຕ່ືມອີກ.
ການພົບປະໂອ້ລົມຄັ້ງນີ້ມີຂຶ້ນໃນວັນທີ 7 ສິງຫາ 2014 ທີ່ຜ່ານມາ ຢູ່ໂຮງແຮມຈໍາປາສັກແກຣນ ເມືອງປາກເຊ, ກ່ອນອື່ນທ່ານ ວິໄລວັນ ພົມເຂ ໄດ້ຮັບຟັງສະພາບການຜະລິດລະດູຝົນ ປີ 2014, ສະພາບນໍ້າຖ້ວມ, ຜົນເສຍຫາຍຄາດຄະເນເບື້ອງຕົ້ນ, ຂະບວນການຊ່ວຍເຫຼືອເບື້ອງຕົ້ນແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ມາດຕະການໃນການຈັດຕັ້ງປະຕິບັດຫຼັງຈາກນໍ້າລົດລົງ ຊຶ່ງລາຍງານໂດຍທ່ານ ສຸປານີ ສີລິປຸນໂຍ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງ, ໄດ້ຮັບຟັງຄວາມພ້ອມໃນການຈັດງານບຸນມະໂຫລານກາເຟລາວຄັ້ງທີ I ທີ່ຈະຈັດຂຶ້ນໃນວັນທີ 24-26 ຕຸລາ 2014 ຢູ່ແຂວງຈໍາປາສັກ ຊຶ່ງລາຍງານໂດຍທ່ານ ຄໍາໝັ້ນ ພັນທະລາ ຮອງຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ, ຈາກນັ້ນທ່ານ ລັດຖະມົນຕີຈິ່ງໄດ້ໃຫ້ກຽດໂອ້ລົມ, ເນື້ອໃນສໍາຄັນຕົ້ນຕໍທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານພະແນກກະສິກໍາ-ປ່າໄມ້ແຂວງເອົາໃຈໃສ່ປະສານສົມທົບກັບອໍານາດການປົກຄອງແຂວງ, ເມືອງ ແລະ ພະແນກການກົມກອງທີ່ກ່ຽວຂ້ອງ ເພື່ອຕິດຕາມເຝົ້າລະວັງໄພພິບັດຈາກນໍ້າຖ້ວມ ພ້ອມທັງເອົາໃຈໃສ່ກໍານົດທິດທາງໃນການຊອກວັດຖຸ, ທຶນຮອນ ແລະ ປັດໄຈການຜະລິດປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຫຼັງຈາກນໍ້າລົດລົງ ຕິດພັນກັບການຊຸກຍູ້ການຜະລິດ ເພື່ອທົດແທນຜົນເສຍຫາຍທີ່ເກີດຈາກໄພນ້ໍາຖ້ວມດັ່ງກ່າວ, ສໍາລັບງານບຸນມະໂຫລານກາເຟຊຶ່ງຖືເປັນງານລະດັບຊາດ, ດັ່ງນັ້ນຕ້ອງເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທຸກພາກສ່ວນ, ທຸກການຈັດຕັ້ງໃນສັງຄົມ ຕະຫຼອດຮອດນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍກາເຟ ແລະ ພໍ່ແມ່ປະຊາຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມຮັບຮູ້ເຂົ້າໃຈຄວາມໝາຍສໍາຄັນຂອງງານ ເພື່ອກະຕຸກຊຸກຍູ້ໃຫ້ທຸກພາກສ່ວນເຂົ້າຮ່ວມງານຢ່າງເປັນຂະບວນກ້ວາງຂວາງ ແລະ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໃນການພົບປະໂອ້ລົມຄັ້ງນີ້ມີທ່ານ ສົມບັດ ແສນພັນສ່ອງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງຈໍາປາສັກ, ມີການນໍາຈາກກົມກ່ຽວຂ້ອງຂອງກະຊວງກະສິກໍາ-ປ່າໄມ້, ຄະນະພັກ-ຄະນະພະແນກ, ຫົວໜ້າ-ຮອງຂະແໜງການຕ່າງໆ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານພາຍໃນພະແນກກະສິກໍາ-ປ່າໄມ້ແຂວງເຂົ້າຮ່ວມ.
ໃນວັນດຽວກັນທ່ານ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ພ້ອມຄະນະກໍ່ໄດ້ເຄື່ອນໄຫວຕິດຕາມເບິ່ງສະພາບນໍ້າຖ້ວມ ຢູ່ບ້ານນາຂາມ ເມືອງຊະນະສົມບູນ ແລະ ເຄື່ອນໄຫວຢ້ຽມຢາມໂຮງງານຜະລິດທໍ່ ພີຊີ ຢູ່ເມືອງດັ່ງກ່າວຕື່ມອີກ.
***ຂ່າວ-ພາບ: ທູນທອງໃຈ, ສຳນັກຂ່າວສະຫວັນພັດທະນາ***
10410356_824788674221727_70122736061197232_n

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...