spot_img
Homeຂ່າວພາຍ​ໃນAFC ປະກາດລົງໂທດນັກກີລາບານເຕະຂອງ ສປປ ລາວ ຈາກກໍລະນີລົ້ມບານ ຫ້າມແຂ່ງຕະຫລອດຊີວິດ

AFC ປະກາດລົງໂທດນັກກີລາບານເຕະຂອງ ສປປ ລາວ ຈາກກໍລະນີລົ້ມບານ ຫ້າມແຂ່ງຕະຫລອດຊີວິດ

Published on

ເມື່ອວັນທີ 15 ກຸມພາ 2017 ເວັບໄຊຂ່າວສານຂອງ AFC ລາຍງານ ກົວລາລຳເປີ,ຄະນະກຳມະການ ສະຫະພັນບານເຕະອາຊຽນ AFC ໄດ້ແຈ້ງການລົງໂທດ ຫ້າມການແຂ່ງຂັນຕະຫຼອດຊີວິດ ນັກເຕະ ແລະ ຄູເຝຶກ ລາວ ແລະ ກຳປູເຈຍ ຈຳນວນ 22 ຄົນ ໃນຂໍ້ຫາ ເຮັດຜິດກົດການແຂ່ງຂັນ. ເຊິ່ງນັກເຕະລາວ ຈາກສະໂມສອນ Lao Toyota FC ປະກອບມີ:

ທ້າວ ວັດທະນາ ແກ້ວດວງເດດ
ທ້າວ ໂອດຽນ ສີຫາລາດ
ທ້າວ ສິດທິເດດ ກັນທະວົງ
ທ້າວ ອານຸໄຊ ນ້ອຍວົງ
ທ້າວ ເທນທອງ ພົນເສດຖາ
ທ້າວ ປະເສີດສັກ ສຸລິຍະວົງ
ທ້າວ ໄຊສົງຄາມ ຈຳປາທອງ
ທ້າວ ຂວັນຕາ ສີວົງທອງ
ທ້າວ ໄມຕີ
ທ້າວ ດາວ ໂຄດໄຊຍະ
ທ້າວ ສຸບັນດິດ ທຳມະວົງ
ທ້າວ ພຸດທະກອນ ແກ້ວວົງສາ
ທ້າວ ສຸລິໄຊ ອິນທະເສນ
ທ້າວ ເສນີ ແສງສຸວັນ
ທ້າວ ຮາງ ສຸກຄົນແທ
ທ້າວ ເພຍ ໂຊທີ.
ທ້າວ ໄຊຍະກອນວົງ ພົມມະປັນວາ (ຖືກສັ່ງຫ້າມ ໃນ ເດືອນ 11 ປີ 2016)
ທ້າວ ຈິນຕະນະ ສຸກສະຫວັດ (ຖືກສັ່ງຫ້າມ ໃນ ເດືອນ 11 ປີ 2016)
ທ້າວ ມຸກດາ ສຸກສະຫວັດ (ສັ່ງຫ້າມ ໃນເດືອນ 11​ປີ 2016)
ທ້າວ ພັດທະນາ ສີວິໄລ (ຖືກສັ່ງຫ້າມໃຫ້ເດືອນ 11 ປີ 2016).

ໃນຈຳນວນ 22​ ຄົນທີ່ຖືກສັ່ງຫ້າມແມ່ນ ເປັນນັກເຕະປະຈຸບັນ ແລະ ອະດີດ ຂອງສະໂມສອນ ລາວໂຕໂຢຕາ.
ທາງເອເອຟຊີ ໄດ້ກວດພົບວ່າ ໄດ້ມີການລົ້ມບານ ໂດຍມີຕົວແທນຂອງທີມລາວ ໃນປີ 2014 ແລະ ຍັງຄົງເຮັດໃນຫຼາຍໆນັດ.

ການກວດກາ ແມ່ນໄດ້ຮັບຂໍ້ມູນສະໜັບສະໜຸນຈາກ Sportada ແລະ FIFA Integrity Unit. ເພື່ອເປັນການປົກປ້ອງ ຈັນຍາບັນ ໃນການກວດສອບດັ່ງກ່າວ.ສ່ວນລາຍລະອຽດ ຂອງການກະທຳຜິດ ໃນການເຕະນັດເຫຼົ່ານັ້ນ ແມ່ນບໍ່ໄດ້ເປີດເຜີຍ.

ແຫລ່ງຂ່າວຈາກ: ໜັງສືພິມ ເສດຖະກິດ-ການຄ້າ, laosportnews.com ແລະ afc.com

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...