spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງໄຊ ຈັບຕົວຜູ້ຜະລິດຢາເສບຕິດອັນຕະລາຍ

ປກສ ເມືອງໄຊ ຈັບຕົວຜູ້ຜະລິດຢາເສບຕິດອັນຕະລາຍ

Published on

ຫວ່າງບໍ່ດົນມານີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊ, ແຂວງອຸດົມໄຊ, ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍຢາເສບຕິດທີ່ອັນຕະລາຍຫລັງໜຶ່ງ ຢູ່ທີ່ບ້ານໂຮມສຸກ ແລະສາມາດຈັບຕົວເຄືອຂ່າຍຜູ້ຜະລິດຢາບ້າ ໄດ້ສອງຄົນຄື: ທ້າວ ຊາຍເຊີ ອາຍຸ 58 ປີ ແລະ ທ້າວ ຄຳແພງ ອາຍຸ 33 ປີ, ພ້ອມກັບຂອງກາງ ຢາບ້າຈຳນວນ 1.446 ເມັດ, ແປ້ງຝຸ່ນຫົວເຊື້ອ ເພື່ອຜະລິດຢາບ້າສີຂາວ, ສີແດງ, ສີບົວ, ສີຂຽວ, ສີຕັບໝູ ແລະຖົງຢາງບັນຈຸຢາບ້າ ຈໍານວນໜຶ່ງ, ພ້ອມອຸປະກອນ ສໍາລັບສະລັກ ເຄື່ອງໝາຍໃສ່ຢາບ້າ 12 ອັນ ພ້ອມຕາຊັ່ງຝິ່ນ 1 ອັນ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

ທາງເຈົ້າໜ້າທີ່ໃຫ້ຮູ້ອີກວ່າ: ການມ້າງເຄື່ອຂ່າຍແຫລ່ງຜະລິດຢາເສບຕິດອັນຕະລາຍຄັ້ງນີ້ ແມ່ນໄດ້ຮັບລາຍງານຈາກພົນລະເມືອງດີ ວ່າເຮືອນຫລັງດັ່ງກ່າວ ໄດ້ມີການລັກລອບເຄື່ອນໄຫວຜະລິດ ແລະ ຈໍາໜ່າຍຢາເສບຕິດຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...