Home​ຂ່າວບັນເທິງທຸ້ມສຸດຕົວ! ເລດີ້ ກາກ້າ ໂຫນສະລິງສູງ 79 ແມັດ ໃນເສິກຊິງແຊັມອາເມລິກັນຟຸດບອລ"ຊຸເປີໂບລ"

ທຸ້ມສຸດຕົວ! ເລດີ້ ກາກ້າ ໂຫນສະລິງສູງ 79 ແມັດ ໃນເສິກຊິງແຊັມອາເມລິກັນຟຸດບອລ”ຊຸເປີໂບລ”

Published on

ບັນເທີງຕ່າງແດນມື້ນີ້ ແອັດມີຂ່າວຄາວຂອງສາວ ເລດີ ກາກ້າ ມາຝາກແຟນໆ ຖ້າຂຶ້ນຊື່ເລື່ອງໂຊລທີ່ເຮັດໃຫ້ຄົນເບິ່ງຕ້ອງລະທຶກຫວາດສຽວຕື່ນເຕັ້ນຈົນອ້າປາກຄ້າງ ຕ້ອງຍົກໃຫ້ນັກຮ້ອງສາວ ໄວອາຍຸ 30 ປີຄົນນີ້ ເລດີ ກາກ້າ ຕົວແມ່ແຫ່ງວົງການດົນຕີ ເມື່ອວັນທີ 5 ກຸມພາ 2017 ທີ່ຜ່ານມາ ນາງໄດ້ຮັບເຊີນສະແດງຄອນເສີດໃນຊ່ວງພັກເວລາ ໃນເສິກອາເມລິກັນຟຸດບອລເອັມເອຟແອລ ລາຍການແຂ່ງຂັນກິລາທີ່ສຳຄັນ ເຊິ່ງມີການຖ່າຍທອດສົດທາງໂທລະພາບ ແລະ ມີຈຳນວນຄົນເບິ່ງໃນແຕ່ລະປີບໍ່ຕ່ຳກວ່າ 100 ລ້ານຄົນ ໂດຍຈັດຂຶ້ນໃນສະໜາມ ເອັນອາຣຈີ ສະເຕດຽມ ເມືອງ ອຸສຕັນ ລັດເທກຊັສ

ການສະແດງຄອນເສີດຂັ້ນເວລາພັກຂອງ ເລດີ ກາກ້າ ທີ່ຂຶ້ນໂຊລໃນ “ຊູເປີໂບລ ຮາຟໄທມ໌ ໂຊລ ຄັ້ງທີ 51” ພຽງ 12 ນາທີ ແຕ່ນາງກໍ່ທຸ້ມສຸດຕົວ ງານນີ້ນາງລົງທຶນໂຫນສະລິງຮ້ອງເພງ ເຊິ່ງມີຄວາມສູງເຖິງ 79 ແມັດ ກ່ອນທີ່ຈະລອຍຕົວລົງມາຮ້ອງເພງທ່າມກາງດາວເຕັ້ນດ້ານລຸ່ມກວ່າ 40 ຊີວິດ ຈົນຮຽກສຽງຮືຮາໃຫ້ຄົນເບິ່ງທັງສະໜາມເລີຍ

ເຫັນແບບນີ້ແລ້ວແອັດພໍເຂົ້າໃຈວ່າເປັນຫຍັງນາງຈິ່ງໂດ່ງດັງໄປທົ່ວໂລກ ເພາະນາງສຸກໆກັບທຸກສິ່ງທີ່ນາງເຮັດແທ້ໆ

Feb 5, 2017; Houston, TX, USA; Lady Gaga performs during the halftime show for Super Bowl LI at NRG Stadium. Mandatory Credit: Richard Mackson-USA TODAY Sports
Feb 5, 2017; Houston, TX, USA; Lady Gaga performs during the halftime show during Super Bowl LI at NRG Stadium. Mandatory Credit: John David Mercer-USA TODAY Sports

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...