Homeຂ່າວເຫດການທ່ານ ໄຊສົມພອນ ພົມວິຫານ ຮ່ວມພິທີຕັກບາດ ໃນບຸນນະມັດສະການພະທາດ ສີໂຄດຕະບອງ

ທ່ານ ໄຊສົມພອນ ພົມວິຫານ ຮ່ວມພິທີຕັກບາດ ໃນບຸນນະມັດສະການພະທາດ ສີໂຄດຕະບອງ

Published on

ໃນຕອນເຊົ້າຂອງວັນທີ 10 ກຸມພາ 2017 ຜ່ານມາ ທ່ານ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ (ສນຊ) ຄະນະອົງການພຸດທະສາສະໜາສຳພັນລາວ (ອພສ) ສູນກາງ, ພ້ອມດ້ວຍທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ການນຳແຂວງ, ເມືອງ ຕະຫຼອດຮອດປະຊາຊົນ ທີ່ມີຄວາມເຫຼື້ອມໃສໃຈສັດທາ ໄດ້ເຂົ້າຮ່ວມພິທີຕັກບາດຖວາຍສັງຄະທານ ໃນໂອກາດບຸນນະມັດສະການພະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ

ບຸນນະມັດສະການພະທາດສີໂຄດຕະບອງ ຖືວ່າເປັນ ປາງບຸນໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນ ຊຶ່ງເຄີຍປະຕິບັດກັນ ມາແຕ່ດົນນານ ແລະ ໄດ້ຈັດ ຂຶ້ນເປັນປະຈຳໃນທຸກໆປີໃນມື້ ຂຶ້ນ 15 ຄ່ຳ ເດືອນ 3 ເພັງ ໃນງານບຸນໄດ້ມີການຄົບງັນ ຖວາຍສັງຄະທານ, ມີການຕັກບາດຢາດນ້ຳຕາມຮີດຄອງປະເພນີລາວ ທີ່ເຄີຍສືບທອດກັນມາຕັ້ງແຕ່ອະີດດຈົນເຖິງປັດຈຸບັນ ທັງເປັນການເພີ່ມທະວີຄວາມສາມັກຄີ ລະຫວ່າງບັນດາສາສະໜາໃຫ້ແໜ້ນແຟ້ນ, ເປັນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງຊາດໃຫ້ຢູ່ຄູ່ກັບຄົນລາວ ເຮົາຕະຫຼອດໄປ.

ໃນໂອກາດດຽວກັນນີ້, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ໄປຢ້ຽມຢາມພົບປະໂອ້ລົມປະຊາຊົນ ບ້ານກອງລໍ ເມືອງຄູນຄຳ ແຂວງ ຄຳມ່ວນ ເຊິ່ງທ່ານໄດ້ຮັບຟັງການລາຍງານສະພາບລວມ ການສ້າງສາພັດທະນາເສດຖະກິດຄອບຄົວຂອງບ້ານ ໃນໄລຍະໜຶ່ງປີຜ່ານມາ ຫຼັງຈາກນີ້, ທ່ານໄດ້ເປັນກຽດໂອ້ລົມຕໍ່ປະຊາຊົນ ທ່ານຍ້ອງຍໍຊົມເຊີຍ ປະຊາຊົນບ້ານກອງລໍ ເຊິ່ງເປັນບ້ານທີ່ມີແຫຼ່ງທ່ອງທ່ຽວທຳມະຊາດ ທີ່ສວຍງາມ, ສະນັ້ນ ຈົ່ງພ້ອມກັນຮັກສາສິ່ງແວດລ້ອມໃຫ້ຍືນຍົງຄົງຕົວຄູ່ກັບຄົນລາວ ແລະອີກຢ່າງເພື່ອດຶງດູດນັກທ່ອງທ່ຽວ ໃຫ້ມາທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ ພ້ອມທັງເນັ້ນໃຫ້ອຳນາດການປົກຄອງບ້ານ, ແນວລາວສ້າງຊາດ ບ້ານຈົ່ງເປັນຫຼັກແຫຼ່ງເຕົ້າໂຮມ ຄວາມສາມັກຄີຕິດພັນ ກັບການພັດທະນາຄອບຄົວ, ນຳພາປະຊາຊົນຂອງບ້ານຈັດ ຕັ້ງປະຕິບັດມະຕິ X ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດໃຫ້ໄດ້ຮັບຜົນດີ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...