spot_img
Homeຂ່າວຕ່າງປະເທດຂ່າວລອບສັງຫານອ້າຍຂອງທ່ານ ກິມເຈິງອຸນ ອາດຈະເປັນພຽງຂ່າວລື

ຂ່າວລອບສັງຫານອ້າຍຂອງທ່ານ ກິມເຈິງອຸນ ອາດຈະເປັນພຽງຂ່າວລື

Published on

ອີງຕາມຂ່າວຈາກສຳນັກຂ່າວສົດ ເວັບໄຊຂ່າວຊື່ດັງຂອງໄທ ໄດ້ລາຍງານເມື່ອຕອນແລງວານນີ້ ວັນທີ 14 ກຸມພາ 2017 ໂດຍອ້າງອີງແຫຼ່ງຂ່າວຈາກສຳນັກຂ່າວ ຢອນຮັບຂອງເກົາຫຼີໃຕ້ ແລະສຳນັກຂ່າວ ເອເອຟພີ ວ່າ ທ່ານ ກິມເຈິງນຳ ອ້າຍຕ່າງມານດາຂອງ ທ່ານ ກິມເຈິງອຸນ ໄດ້ຖືກສາຍລັບຂອງເກົາຫຼີເໜືອ ເຊິ່ງເປັນຍິງສາວ 2 ຄົນ ລອບສັງຫານດ້ວຍການແທງດ້ວຍເຂັມຢາພິດ ທີ່ສະໜາມບິນປະເທດມາເລເຊຍ ເຮັດໃຫ້ ທ່ານ ກິມເຈິງນຳ ເສຍຊີວິດໃນເວລານຳສົ່ງໂຮງໝໍ ເຫດການເກີດຂຶ້ນໃນວັນທີ 12 ກຸມພາ 2017.

ແນວໃດກໍຕາມ, ມາຮອດປັດຈຸບັນຍັງບໍ່ສາມາດຢືນຢັນໄດ້ວ່າ ຂ່າວດັ່ງກ່າວຈະເປັນເລື່ອງຈິງຫຼືບໍ່ ແລະຖ້າມີເຫດການຈິງແຕ່ກໍຍັງບໍ່ສາມາດຢືນຢັນໄດ້ວ່າຜູ້ເສຍຊີວິດ ເປັນທ່ານ ກິມເຈິງນຳ ແທ້ຫຼືບໍ່.

ຂ່າວນີ້ຍັງເປັນຂ່າວທີ່ຍັງບໍ່ສາມາດຢືນຢັນໄດ້ວ່າເປັນຄວາມຈິງຫຼືບໍ່ສໍ່າໃດ ເພາະເຄີຍມີຂ່າວໃນລັກນະນະດຽວກັນນີ້ມາແລ້ວເມື່ອ 4 ປີກ່ອນ ຄືເມື່ອທ້າຍປີ 2011 ມີຂ່າວເຜີຍແພ່ໄປທົ່ວໂລກວ່າ ອາວເຂີຍຂອງທ່ານ ກິມເຈິງອຸນ ຊື່ທ່ານ ຊາງຊອງແດ໊ກ ໄດ້ຖືກປະຫານຊີວິດດ້ວຍຂໍ້ຫາທໍລະຍົດ. ແຕ່ແລ້ວພັດຍັງປາກົດເຫັນທ່ານ ຊາງຊອງແດ໊ກ ເຂົ້າຮ່ວມກອງປະຊຸມພັກແຮງງານເກົາຫຼີ ທີ່ຈັດຂຶ້ນໃນເດືອນພຶດສະພາ 2016 ທີ່ຜ່ານມານັ້ນຢູ່.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...