HomeBaby-ແມ່ແລະເດັກ6 ວິທີລ້ຽງລູກຢ່າງປະຢັດ

6 ວິທີລ້ຽງລູກຢ່າງປະຢັດ

Published on

ຍຸກນີ້ເປັນຍຸກແຫ່ງຄາຄອງຊີບແພງ ຫຼາຍຄອບຄົວມັກພົບກັບບັນຫາລາຍຈ່າຍຫຼາຍກວ່າລາຍຮັບ ມີເງິນບໍ່ພໍໃຊ້ຈ່າຍ ຂະໜາດຄົນໂສດຍັງບໍ່ສ້າງຄອບຄົວບາງຄົນກໍ່ຍັງເອົາຕົວເກືອບບໍ່ລອດກັບລາຍຈ່າຍໃນແຕ່ລະເດືອນ ສຳລັບຄົນມີຄອບຄົວເປັນພໍ່ແມ່ຄົນແລ້ວ ແຮງເປັນບັນຫາກຸ້ມໃຈໂດຍສະເພາະຄົນທີ່ມີລູກນ້ອຍມີລາຍຈ່າຍບໍ່ຈັກຄ່ານົມ, ຄ້າຜ້າອ້ອມ, ຄ່າຂອງຫຼິ້ນ ແລະ ອື່ນໆ ສາລະພັດ ໃນຄໍລຳ ແມ່ ແລະ ລູກມື້ນີ້ ແອັດເລີຍມີເຄັດລັບການລ້ຽງລູກຢ່າງປະຢັດມານຳສະເໜີ ເຊິ່ງຈະມີວິທີໃດແນ່ນັ້ນ ເຮົາມາອ່ານພ້ອມກັນເລີຍ

  1. ໃນໄລຍະລູກໄດ້ອາຍຸ ພຽງ 1 ມື້ ຫາ 1 ປີ ຄວນລ້ຽງລູກດ້ວຍນົມແມ່ເປັນຫຼັກ ເຊິ່ງຈະປະຢັດລາຍຈ່າຍກວ່າໃຫ້ລູກກິນນົມຜົງຕັ້ງແຕ່ເກີດ
  2. ໃຊ້ຜ້າອ້ອມສຳເລັດຮູບໃນຍາມທີ່ພາລູກນ້ອຍອອກໄປນອກເຮືອນ ເຊັ່ນ: ໄປຊັກວັກຊີນ, ໄປພົບຍາດພີ່ນ້ອງ, ໄປທ່ຽວກັບພໍ່ແມ່ ຫຼື ເວລານອນເທົ່ານັ້ນ ສ່ວນຢູ່ເຮືອນທຳມະດາກໍ່ໃຫ້ໃຊ້ພຽງຜ້າອ້ອມແພທຳມະດາ ກໍ່ພໍແລ້ວ
  3. ພະຍາຍາມໃຊ້ຜ້າເຊັດໜ້າ ແທນການໃຊ້ເຈ້ຍທິດຊູຊະນິດເປືອກເຮັດເຊັດຄວາມສະອາດໃຫ້ລູກ
  4. ຕອນລູກຍັງນ້ອຍ ສຳລັບຂອງຫຼິ້ນພໍ່ແມ່ຄວນນຳຂອງທີ່ມີຢູ່ມາປະຢຸກໃຊ້ໃຫ້ເປັນຂອງຫຼິ້ນ ເມື່ອຄົນໃນສະໃໝ່ກ່ອນເຮັດໃຫ້ລູກຫຼິ້ນ ວິທີນີ້ນອກຈາກຈະຊ່ວຍໃຫ້ປະຢັດລາຍຈ່າຍໄດ້ແລ້ວ ຍັງຊ່ວຍຮັກສາຂອງຫຼິ້ນເກົ່າແກ່ບໍ່ໃຫ້ສູນຫາຍໄປອີກດ້ວຍ
  5. ຊື້ວັດຖຸສິ່ງຂອງທີ່ຄິດວ່າຈຳເປັນທີ່ສຸດໃຫ້ລູກເທົ່ານັ້ນ
  6. ພະຍາຍາມໃຫ້ລູກກິນອາຫານທີ່ມີປະໂຫຍດ ແລະ ກິນສະອາດ, ຢູ່ສະອາດ ສະເໝີ ລູກຈິ່ງໄດ້ມີສຸຂະພາບແຂງແຮງບໍ່ເຈັບປ່ວຍງ່າຍ

ພຽງສິ່ງເລັກໜ້ອຍທີ່ກ່າວມາຂ້າງເທິງນີ້ກໍ່ຈະຊ່ວຍໃຫ້ທ່ານສາມາດປະຢັດລາຍຈ່າຍບາງສ່ວນອອກໄປໄດ້ແລ້ວ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...