Homeຂ່າວເຫດການງານມະຫະກຳບຸນຊ້າງໄຊຍະບູລີປີນີ້ ມີການສະແດງຂອງຊ້າງຄຳຮູ້ 20 ກວ່າລາຍການ

ງານມະຫະກຳບຸນຊ້າງໄຊຍະບູລີປີນີ້ ມີການສະແດງຂອງຊ້າງຄຳຮູ້ 20 ກວ່າລາຍການ

Published on

ຕາມການໃຫ້ສຳພາດຂອງ ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ທັງເປັນຮອງປະທານຈັດງານມະຫະກຳບຸນຊ້າງປີ 2017 ວ່າ: ການຈັດງານມະຫະກຳບຸນຊ້າງປີນີ້ ຈະມີຄວາມແຕກຕ່າງຈາກປີກາຍ ເຊິ່ງຈະເລັ່ງໃສ່ກິດຈະກຳຂອງຊ້າງເປັນຫຼັກ ເຊິ່ງຈະມີການສະແດງຂອງຊ້າງຄຳຮູ້ຮອດ 21 ລາຍການຄື: ຊ້າງຄຳຮູ້ ຈັບປ້າຍຊົມເຊີຍງານມະຫາກຳບຸນຊ້າງ ປະຈຳປີ 2017, ຊ້າງຈັບທຸງຊາດຍ່າງອອກໜ້າຂະບວນແຫ່, ຊ້າງຕີກອງ, ຊ້າງຢືນລຽນແຖວເພື່ອຄຳນັບແຂກ ແລະປະຕິບັດທ່າພື້ນຖານຕາມຄຳສັ່ງຂອງຄວານຊ້າງ, ຊ້າງຊັກທຸງຊາດຂຶ້ນເສົາ, ຊ້າງດຶງເຊືອກກັບຄົນ, ຊ້າງແຕ້ມຮູບ, ຊ້າງເຕະບານ, ຊ້າງແລ່ນແຂ່ງກັນ, ຊ້າງເຂົ້າເຄື່ອນ, ຊ້າງໃສ່ໝວກໃຫ້ຄົນ, ຊ້າງມອບຊໍ່ດອກໄມ້, ຊ້າງແກວ່ງບ້ວງ, ຄົນຂີ່ງວງຊ້າງ, ຊ້າງຟ້ອນໃສ່ແຄນ, ຊ້າງຕັ້ງຫົວຜັກທຽມ, ຊ້າງຍົກ 2 ຂາຂຶ້ນ, ຊ້າງນັ່ງຍົກສອງຂາໜ້າຫັນໜ້າເຂົ້າຫາກັນ, ຊ້າງເປົ່າແຄນ, ຊ້າງ 2 ໂຕຈັບບ້ວງໃຫ້ຄົນນັ່ງທາງກາງ ແລະຊ້າງຢືນລຽນແຖວຂອບໃຈແຂກ.

ນອກຈາກນີ້, ຍັງມີຂະບວນການແຫ່ຂອງກ້ອນກຳລັງຕ່າງໆເຊັ່ນ: ຂະບວນແຫ່ປ້າຍງານມະຫະກຳບຸນຊ້າງ, ໂລໂກ້ທ່ອງທ່ຽວ, ໂລໂກ້ບຸນຊ້າງ, ຂະບວນຕາງໜ້າ 8 ເຜົ່າ, ຂະບວນເຍົາວະຊົນ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ປ້າຍຍິນດີຕ້ອນຮັບສູ່ງານມະຫາກຳບຸນຊ້າງ, ຊະບວນຊ້າງ68 ເຊືອກ ປະສານສຽງເປົ່າສະໄນ ແລະຊົມການສະແດງສິລະປະຂອງ 8 ຊົນເຜົ່າ

ສຳລັບງານມະຫະກຳບຸນຊ້າງ ຂອງແຂວງໄຊຍະບູລີປີນີ້ ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 18 ກຸມພາ 2017 ແລະປິດວັນທີ 19 ກຸມພາ 2017 ສ່ວນກິດຈະກຳຕ່າງໆຈະເລີ່ມຈັດຂຶ້ນໃນມື້ນີ້ ວັນທີ 13 ກຸມພາ 2017 ເປັນຕົ້ນໄປ

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...