spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ໄປຢ້ຽມຢາມ ແລະ ປະຕິບັດພາລະກິດຢູ່ ສສ ຫວຽດນາມ

ທ່ານ ທອງລຸນ ສີສຸລິດ ໄປຢ້ຽມຢາມ ແລະ ປະຕິບັດພາລະກິດຢູ່ ສສ ຫວຽດນາມ

Published on

ອີງຕາມສຳນັກຂ່າວສານປະເທດລາວ ລາຍງານວ່າ ເມື່ອວັນທີ 7 ກຸມພາ 2017 ທີ່ ນະຄອນຫລວງຮ່າໂນຍ, ສະ ຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນຝູຈ້ອງເລຂາທິການ ໃຫຍ່ພັກກອມ ມູນິດຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືທະວິພາຄີລະຫວ່າງ ລັດຖະບານລາວ ແລະ ສສ ຫວຽດນາມຄັ້ງທີ 39 ປະຈຳປີ 2017 ເຊິ່ງຈັດຂຶ້ນໃນວັນທີ 8 ກຸມພານີ້ທີ່ນະຄອນ ຫລວງຮ່າໂນ້ຍ.

ໃນໂອກາດຕ້ອນຮັບອັນອົບອຸ່ນດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ນຳເອົາຄຳຢື້ຢາມ ຖາມຂ່າວ ແລະ ອວຍ ພອນປີໃໝ່ຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານ ປະເທດເຖິງ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໄດ້ສະແດງຄວາມຍິນດີຕໍ່ຜົນງານທີ່ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະສືບຕໍ່ຍາດໄດ້ຜົນງານທີ່ໃຫຍ່ ຫລວງກວ່າເກົ່າໃນພາລະກິດການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູ ນິດຫວຽດນາມວາງອອກປະສົບຜົນສຳເລັດ, ສະແດງຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອຢ່າງທັນການຂອງຫວຽດນາມໃນເມື່ອກ່ອນ ກໍຄືປັດຈຸບັນ, ອັນໄດ້ປະກອບສ່ວນກະຕຸກຊຸກຍູ້ບັນດາຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຈັດຕັ້ງປະຕິ ບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຖະບານຢ່າງມີຜົນສຳ ເລັດ ແລະ ກອງປະຊຸມຄະນະກຳມາທິການຮ່ວມມືທະວິພາຄີລະຫວ່າງລັດຖະບານສອງປະເທດຄັ້ງນີ້ຍິ່ງຈະເຮັດໃຫ້ຄວາມສຳພັນຮ່ວມມືທາງດ້ານເສດຖະກິດ-ສັງຄົມລະຫວ່າງສອງປະເທດນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂະນະດຽວກັນ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຍິນດີ ແລະ ຕີລາ ຄາສູງຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສຳຄັນນີ້, ສະຫາຍເລຂາທິການ ໃຫຍ່ ຫງວຽນຝູຈ້ອງ ກ່າວວ່າ: ຫວຽດນາມຈະໃຫ້ການສະໜັບສະໜູນຢ່າງຮອບດ້ານຕໍ່ພາລະກິດການ ປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາປະເທດຊາດລາວ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະຍາດໄດ້ຜົນງານທີ່ໃຫຍ່ຫລວງກວ່າ ເກົ່າໃນ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ສະແດງຄວາມ ຍິນດີທີ່ເຫັນວ່າຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ຕົວຈິງ, ເປັນການປະກອບສ່ວນສຳຄັນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດ.

 

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...