Homeຂ່າວການພັດທະນາອົງການອະນາໄມໂລກ ໃຫ້ທຶນຊ່ວຍເຫຼືອ 175 ຕື້ກີບ ເພື່ອປ້ອງກັນ ແລະເຝົ້າລະວັງພະຍາດຕິດຕໍ່

ອົງການອະນາໄມໂລກ ໃຫ້ທຶນຊ່ວຍເຫຼືອ 175 ຕື້ກີບ ເພື່ອປ້ອງກັນ ແລະເຝົ້າລະວັງພະຍາດຕິດຕໍ່

Published on

ໃນວັນທີ 8 ກຸມພາ 2017 ຜ່ານມາ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີ​ເຊັນ​ສັນຍາ​ແຜນ​ງົບ​ປະມານ ປະຈຳ​ປີ 2017 ລະຫວ່າງກະຊວງ​ສາທາລະນະ​ສຸກ ແລະ ອົງການ​ອະນາໄມ​ໂລກ ເພື່ອ​ໝູນໃຊ້​ທຶນ​ຈຳນວນ​ກວ່າ 2,1 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 175 ຕື້​ກີບ ເຂົ້າ​ໃນ​ການ​ພັດທະນາ​ວຽກງານ​ສາທາລະນະ​ສຸກຮ່ວມ​ລົງ​ນາມຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະ​ມົນຕີ​ກະຊວງ​ສາທາລະນະ​ສຸກ ແລະ ທ່ານ​ນາງ Juliet Fleishl ຜູ້ຕາງໜ້າ​ອົງການ​ອະນາໄມໂລກ ​ປະຈຳ​ລາວ ເຊິ່ງ​ມີ​ພະນັກງານ-ວິຊາ​ການກ່ຽວຂ້ອງ​ເຂົ້າຮ່ວມ.

ສຳລັບ​ທຶນ​ຈຳນວນ​ດັ່ງກ່າວ ທີ່​ໄດ້​ຮັບ​ໂດຍ​ກົງ​ຈາກ​ອົງການ​ອະນາ​ໄມ​ໂລກ​ຄັ້ງ​ນີ້ ​ຈະ​ນຳ​ໃຊ້​ເຂົ້າ​ໃນການ​ພັດທະນາ​ຂະແໜງ​ສາ​ທາລະນະ​ສຸກ ໂດຍ​ສະເພາະ​ແມ່ນ ການ​ເລັ່ງ​ໃສ່​ການ​ປ້ອງ​ກັນ ແລະ ເຝົ້າ​ລະວັງ​ພະຍາດ​ຕິດຕໍ່ ການຕອບ​ໂຕ້​ພະຍາດ​ລະບາດ ແລະ ວຽກ​ງານ​ຮັກສາ​ສຸຂະພາບ​ແມ່ ແລະ ເດັກ ຢູ່​ບັນດາ​ແຂວງ​ເປົ້າໝາຍ ແລະ ຊຸມ​ຊົນ​ຫ່າງ​ໄກ​ສອກຫຼີກ ລວມ​ໄປ​ເຖິງການ​ສ້າງ​ຄວາມເຂັ້ມແຂງ​ໃນ​ລະບົບ​ສາທາລະນະສຸກ ເປັນຕົ້ນ​ແມ່ນ ການ​ພັດ​ທະນາ​ຊັບພະຍາກອນ​ມະນຸດ ການຈັດ​ຕັ້ງ​ຄັງ​ປະກັນ​ສຸຂະພາບ​ທຸກທົ່ວ​ໜ້າ ການ​ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ຂໍ້​ມູນ-ຂ່າວສານ ຈັດ​ຕັ້ງ​ເຝິກອົບຮົມ ການ​ບໍລິຫານຄຸ້ມ​ຄອງ​ວຽກ​ງານ​ສາ​ທາ ແລະ ອື່ນໆ ເພື່ອ​ປະກອບສ່ວນ​ເຂົ້າ​ໃນການຈັດຕັ້ງ​ປະຕິບັດ​ແຜນການ 5 ປີ ຄັ້ງ​ທີ 8 ຂອງ​ການ​ພັດທະນາວຽກ​ງານ​ດັ່ງກ່າວ ໃຫ້​ມີ​ຄວາມເຂັ້ມແຂງ ມີ​ປະ​ສິດທິ​ຜົນ ແລະ ບັນລຸ​ເປົ້າ​ໝາຍ MDGs ບົນ​ພື້ນຖານ​ການ​ວາງ​ແຜນທີ່​ດີ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...