spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄາດຕະກຳໂຫດ ຄູ່ຜົວເມຍຊາວນາ ທີ່ແຂວງ ບໍ່ແກ້ວ

ຄາດຕະກຳໂຫດ ຄູ່ຜົວເມຍຊາວນາ ທີ່ແຂວງ ບໍ່ແກ້ວ

Published on

ຖືເປັນອີກຫນຶ່ງຄະດີການກໍ່ຄວາມຮຸນແຮງ ແລະ ຍັງບໍ່ຊາບໂຕຄົນຮ້າຍທີ່ໃຊ້ອາວຸດທໍາຮ້າຍຄູ່ຜົວເມຍທີ່ມີອາຊີບເປັນຊາວນາຢູ່ແຂວງບໍ່ແກ້ວ ນອນເສຍຊີວິດ ໂດຍອີງຕາມການເປີດເຜີດຕໍ່ຜູ່ສື່ຂ່າວທ້ອງຖິ່ນຂອງເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວ ໃນວັນທີ 03 ກຸມພາ 2017 ວ່າ ເມື່ອເວລາປະມານ 07:30 ໂມງ ຂອງວັນທີ 25 ມັງກອນ 2017 ຜ່ານມາ ເຈົ້າໜ້າທີ່ ປກສ ກຸ່ມບ້ານອ່າງນໍ້າຕີນ ໄດ້ຮັບແຈ້ງຄວາມຜ່ານໂທລະສັບວ່າ ມີຜູ້ເສຍຊີວິດ 2 ຄົນເປັນເພດຍິງ 1 ຄົນ ຢູ່ບໍລິເວນໄຮ່ ເຂດບ້ານນໍ້າສະໝອກເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເຊິ່ງຜູ່ເຄາະຮ້າຍທັງສອງມີຊື່ວ່າ:​ ທ້າວ ກໍລີ ອາຍຸ 55 ປີ ແລະ ນາງ ບີມົວ ອາຍຸ 50 ປີ (ຜົວເມຍກັນ) ທັງສອງມີອາຊີບເຮັດນາ ປັດຈຸບັນອາໃສຢູ່ບ້ານນໍ້າສະໝອກເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ທ້າວ ຈັນຟອງ ຊົງ ຜູ່ເປັນລູກເຂີຍໄດ້ໃຫ້ການວ່າ ທ້າວ ກໍລີ ແລະ ນາງ ບີມົວ ເປັນພໍ່ເຖົ້າ ແລະ ແມ່ເຖົ້າຂອງຕົນ ເຊິ່ງທັງສອງໄດ້ອອກຈາກເຮືອນໄປນອນຢູ່ໄຮ່ບ່ອນບຸກເບີກດິນນາໃໝ່ ເຂດບ້ານຫ້ວຍຢວກ ລະຫວ່າງຊາຍແດນນໍ້າສະໝອກເໜືອ ເມືອງຫ້ວຍຊາຍ ແລະ ບ້ານຫາດບວກ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປັນເວລາ 2 ສັບປະດາແລ້ວ ແຕ່ເມື່ອບໍ່ເຫັນພໍ່ເຖົ້າ ແລະ ແມ່ເຖົ້າກັບມາເຮືອນ ຈົນມາຮອດວັນທີ 24 ມັງກອນ 2017 ຜູ່ກ່ຽວຈິ່ງໄດ້ອອກຈາກເຮືອນໄປນໍາຫາຢູ່ໄຮ່ ເມື່ອໄປຮອດຖຽງໄຮ່ກໍໄດ້ພົບເຫັນພໍ່ເຖົ້ານອນເສຍຊີວິດຢູ່ຖຽງໄຮ່ໃນສະພາບຊາກສົບເນົ່າເປື່ອຍ ແລະ ມີຄາບເລືອດຕິດຢູ່ບໍລິເວນພື້ນດິນ ຈາກນັ້ນຈິ່ງເຫັນສົບແມ່ເຖົ້ານອນເສຍຊີວິດຢູ່ກາງໄຮ່ຫ່າງຈາກຖຽງໄຮ່ປະມານ 14-15 ແມັດ ມີເລືອດອອກຢູ່ບໍລິເວນໜ້າເອິກ ຫຼັງຈາກນັ້ນຜູ່ກ່ຽວຈິ່ງໄດ້ກັບມາລາຍງານຕໍ່ອົງການປົກຄອງບ້ານ ແລະ ຍາດຕິພີ່ນ້ອງ.

ຜ່ານການເກັບກໍາຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ເຫັນວ່າ ທ້າວ ກໍລີ ມີບາດແຜແຕກທີ່ຫົວ ຍ້ອນຖືກກະທົບດ້ວຍຂອງແຂງ ສ່ວນນາງ ບີມົວ ແມ່ນຖືກຍິງດ້ວຍປືນແກັບ ມີຮູລູກໂດດເຂົ້າໜ້າເອິກຊອດທາງຫຼັງ 1 ລູກ ແລະ ຮູລູກຫວ່ານຈໍານວນຫຼາຍຢູ່ໜ້າເອິກ ສ່ວນໃນສະຖານທີ່ເກີດເຫດກໍພົບເຫັນວັດຖຸຂອງກາງ ແລະ ຫຼັກຖານທີ່ຜູ່ກະທໍາຜິດນໍາໃຊ້ກໍ່ການຄາຕະກໍາຕົກຢູ່ສະຖານທີ່ເກີດເຫດ ເຊິ່ງປະກອບມີ ປືນແກັບຍາວປະມານ 1,80 ແມັດ ໄມ້ຄ້ອນ 2 ທ່ອນທີ່ຍັງມີຄາບເລືອດຕິດຢູ່ ແລະ ມີດ 2 ດວງ ປັດຈຸບັນ ປກສ ແຂວງບໍ່ແກ້ວ ພວມເລັ່ງດໍາເນີນການສືບສວນ-ສອບສວນ ເພື່ອຫາໂຕຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ຂ່າວ/ພາບໂດຍ: ກອງມະນີ
ແຫລ່ງຂ່າວຈາກ: http://www.abclaosnews.com/2017/02/blog-post_48.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...