Homeຂ່າວການພັດທະນາລັດຖະບານວາງເປົ້າ ຮອດປີ 2020 ຮັບປະກັນ ໃຫ້ເສດຖະກິດເຕີບໂຕ ຕາມທິດສີຂຽວ ແລະ ຍືນຍົງ

ລັດຖະບານວາງເປົ້າ ຮອດປີ 2020 ຮັບປະກັນ ໃຫ້ເສດຖະກິດເຕີບໂຕ ຕາມທິດສີຂຽວ ແລະ ຍືນຍົງ

Published on

ຂປລ. ຕາມ​ທິດ​ທາງ, ໜ້າ​ທີ ​ແລະ ຄາດໝາຍ ​ໃນ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ຮັບປະກັນ​ໃຫ້​ ເສດຖະກິດ​ເຕີບ​ໂຕ​ ຕາມ​ທິດ​ສີ​ຂຽວ ​ແລະ ຍືນ​ຍົງ, ​​ໂດຍໃຫ້​ບັນດາ​ ກະຊວງ-ອົງການ​ ທຽບ​ເທົ່າ​ກະຊວງ ​ແລະ ທ້ອງ​ຖິ່ນ ສຸມ​ໃສ່​ສ້າງ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ ຂອງ​ຕົນ ​ໃຫ້​ແທດ​ເໝາະ​ກັບ​ຕົວ​ຈິງ.

​ເພື່ອ​ເຮັດ​ໃຫ້​ ແຜນການ​ດັ່ງກ່າວ, ບັນລຸ​ຕາມເປົ້າ​ໝາຍ​ທີ່​ວາງ​ໄວ້ ນາຍົກລັດຖະມົນຕີ ​​ແຫ່ງ ສປປ ລາວ ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ ໂດຍມອບໃຫ້​ ບັນດາ​ກະຊວງ-ອົງການ​ ທຽບ​ເທົ່າ​ກະຊວງ ​ແລະ ທ້ອງ​ຖິ່ນ ຕ້ອງ​ສູ້​ຊົນ​ເຮັດ​​​ໃຫ້ ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ (GDP) ​ເພີ່ມ​ຂຶ້ນ​ບໍ່​ຫລຸດ 7,5%, ຄຸ້ມ​ຄອງ​ເງິນ​ເຟີ້​ ໃຫ້​ຕ່ຳ​ກວ່າ 5%, ຄຸ້ມ​ຄອງ​ອັດຕາ​​ແລກປ່ຽນ​ ໃຫ້​ສົມ​ເຫດ​ສົມ​ຜົນ ​ແລະ ຮັບປະກັນ​ ສະຖຽນ​ລະ​ພາບ, ​ເກັບ​ລາຍ​ຮັບ​ງົບປະມານ​ລວມ​ ໃຫ້​ໄດ້​ຢ່າງ​ໜອ້ຍ 19,6% ຂອງ GDP, ​ໃນ​ນີ້ ສູ້​ຊົນ​ເກັບ​ລາຍ​ຮັບ​ພາຍ​ໃນ​ ໃຫ້​ໄດ້ 17% ຂອງ GDP, ລາຍ​ຈາ​ຍບໍ່​ໃຫ້​ເກີນ 25,4% ຂອງ GDP ​ແລະ ການ​ຂາດ​ດຸນ​ລວມບໍ່​ໃຫ້​ເກີນ 5,9% ຂອງ GDP, ຊຸກຍູ້​ການ​ສົ່ງ​ອອກ​ສິນຄ້າ ​ໃຫ້​ເພີ່ມ​ຂຶ້ນ​ຢ່າ​ງໜ້ອຍ 15%, ສູ້​ຊົນ​​ເຮັດ​ໃຫ້ ​ແຜນ​ລາຍ​ຮັບ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ຕາມ​ການ​ຂະຫຍາຍຕົວ​ ຂອງ​ເສດຖະກິດ, ຄາດໝາຍ​ລາຍ​ຮັບ​ທັງ​ໝົດ (ລວມລາຍ​ຮັບ​ ຈາກ​ການ​ຊ່ວຍ​ເຫລືອ​ລ້າ) ຕ້ອງ​ສູ້​ຊົນ​ໃຫ້​ໄດ້ 25.491 ຕື້​ກີບ ​ໃນ​ນັ້ນ​ລາຍ​ຮັບ​ພາຍ​ໃນ ​ບໍ່​ໃຫ້​ຫລຸດ 22.020 ຕື້​ກີບ, ການ​ສ້າງ​ແຜນ​ລາຍ​ຈ່າຍ​ ງົບປະມານ​ແຫ່ງ​ລັດ ​ໃຫ້​ອີງ​ໃສ່​ຄວາມ​ອາດ​ສາມາດ ​ເກັບ​ລາຍ​ຮັບ​ຕົວ​ຈິງ, ຈັດ​ສັນ​ແຜນ​ລາຍ​ຈ່າ​ຍງົບປະມານ ​ໃຫ້​ໄປ​ຕາມ​ແຜນ​ວຽກ​ບູລິ​ມະ​ສິດ ​ຂອງ​ແຕ່ລະ​ ຂະ​ແໜງ​ການ ດ້ວຍ​ການ​ປະ​ຢັດ ​ແລະ ຕ້ານ​ການ​ຟູມ​ເຟືອຍ ຢ່າງ​ເຄັ່ງ​ຄັດ ​ເພື່ອ​ໃຫ້​ມີ​ ສ່ວນ​ສະ​ສົມ​ແຮ​ໄວ້, ຮັບປະກັນ​ ລາຍ​ຈ່າຍ​ເງິນ​ເດືອນ, ​ເງິນ​ອຸດ​ໜູນ ​ແລະ ​ເງິນ​ນະ​ໂຍບາຍ​ໃຫ້​ພຽງພໍ, ລາຍ​ຈ່າຍ​ບໍລິຫານ ​ຕ້ອງ​ຮັບປະກັນ ​ການ​ເຄື່ອນ​​ໄຫວ​ວຽກ​ງານ​ ຂອງ​ກົງຈັກ​ລັດ ​ໃຫ້​ເປັນ​ປົກກະຕິ, ຈຳກັດ​ລາຍ​ຈ່າຍ​ຊື້​ໃໝ່, ລາຍ​ຈ່າຍ​ດັດສົມ ​ແລະ ສົ່ງ​ເສີມ​ຕ້ອງ​ໄປ​ຕາມ​ແຜນ​ວຽກ, ​ແຜນ​ງານຢ່າງ​ມີ​ຈຸດ​ສຸມ, ລາຍ​ຈ່າຍ​ເງິນ​ແຮ​ ລັດຖະບານ ​ແລະ ​ເງິນ​ແຮ​ທ້ອງ​ຖິ່ນ ​ໃຫ້​ນຳ​ໃຊ້​ເຂົ້າ​ໃນ​ ລາຍ​ຈ່າຍ​ບັງ​ເອີນ ​ແລະ ຮີບ​ດ່ວນ ​ເປັນ​ຕົ້ນ ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ໄພ​ທຳ​ມະ​ຊາດ ​ແລະ ພະຍາດ​ລະບາດ. ສືບ​ຕໍ່​ຊຳລະ​ໜີ້​ສິນ ​ໃຫ້​ໄປ​ຕາມ​ສັນຍາ​ຜູກ​ພັນ ​ເຊິ່ງຄາດໝາຍ​ລາຍ​ຈ່າຍ​ງົບປະມານ ​ໃນ​ປີ 2017 ນີ້ ບໍ່​ໃຫ້​​ເກີນ 33.150 ຕື້​ກີບ.

​ເພື່ອ​ຮັບປະກັນ ​ໃຫ້​ເສດຖະກິດ​ ຂະຫຍາຍຕົວ​ຢ່າງ​ໜ້ອຍ 7,5% ມີ​ຄວາມ​ຕ້ອງການ​ລົງທຶນ ​ທັງ​ໝົດ​ໃນ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ໃຫ້​ຢູ່​ໃນ​ຂອບ 30-35% ຂອງ GDP ​ໃນ​ນັ້ນ​ການ​ລົງທຶນ​ ຂອງ​ລັດ​ກວມ 25% ​ໃນ​ນີ້ ງົບປະມານ​ພາຍ​ໃນ 4.300 ຕື້​ກີບ (ກວມ11%) ​ແລະ ທຶນ​ຊ່ວຍ​ເຫລືອ​ທາງ​ການ​ ເພື່ອ​ການ​ພັດທະນາ ບໍ່​ໃຫ້​ຫລຸດ 5.600 ຕື້​ກີບ (ກວມ 14%), ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ, ທຶນ​ສັງຄົມ ​ແລະ ຕ່າງປະ​ເທດ ​​ໃຫ້ໄດ້ 21.420 ຕື້​ກີບ (ກວມ55%) ​ແລະ ການ​ລົງທຶນ​ຈາກ​ລະບົບ​ການ​ເງິນ, ​ເງິນຕາ 7.800 ຕືກີບ (ກວມ 20%) ຂອງ​ການ​ລົງທຶນ​ ລວມທັງ​ໝົດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...