Homeຂ່າວພາຍ​ໃນປູເປ້ ຄວ້າແຊ້ມເທັນນິສ ລາຍການ PTT Junior Championship ຄັ້ງທີ I ມາຄອງ

ປູເປ້ ຄວ້າແຊ້ມເທັນນິສ ລາຍການ PTT Junior Championship ຄັ້ງທີ I ມາຄອງ

Published on

ນາງ ອາລິຍາ ວົງດາລາ (ນ້ອງ ປູເປ້) ນັກກິລາເທັນນິສ ເຍົາວະຊົນລາວ ທີ່ສາມາດໄປສ້າງຜົນງານດີເດັ່ນ ໃນການແຂ່ງຂັນ ເທັນນິສຮຸ້ນຍິງດ່ຽວອາຍຸບໍ່ເກີນ 12 ປີ ຂອງລາຍການ PTT JUNOIR CHAMPIONSHIP ຄັ້ງທີ 1 ທີ່ນະຄອນຫລວງບາງກອກ, ປະເທດໄທ. ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-7 ກຸມພາ 2017. ໂດຍຮອບຊີງຊະນະເລີດໄດ້ເອົາຊະນະ ນາງ ພັສລາພາ ອອນນຸຊະກະ ນັກກິລາເຍົາວະຊົນໄທ ໄປ 2-0 ເຊັດ, ດ້ວຍຄະແນນ 5-3 ແລະ 4-0. ເຮັດໃຫ້ ປູເປ້ ສາມາດຄ້ວາແຊັ້ມລາຍການນີ້ມາຄອງໄດ້ສຳເລັດ
1279
ນ້ອງ ປູເປ້ ໃນໄວອາຍຸພຽງ 12 ປີ ເທົ່ານັ້ນແຕ່ກໍ່ໄດ້ສ້າງຊື່ສຽງໃຫ້ກັບປະເທດ ນອກຈາກທີ່ນ້ອງຈະເປັນຄວາມພາກພູມໃຈຂອງຄົນທັງປະເທດ ແລະ ເປັນຕົວຢ່າງເຍົາວະຊົນທີ່ດີແລ້ວ ນ້ອງຍັງເປັນຄວາມຫວັງນັກເທັນນິສສາວຂອງລາວໃນອານາຄົດອີກດ້ວຍ ຖ້ານ້ອງໄດ້ຮັບການດູແລຝຶກຝົນຢ່າງດີ ແລະ ຕໍ່ເນື່ອງຄາດວ່າ ໃນອານາຄົດຈະມີຊື່ ຂອງ ປູເປ້ ຕິດອັນດັບຕົ້ນໆຂອງອາຊີ ຫຼື ຂອງໂລກໄດ້ແນ່ນອນ
ທາງທີມງານລາວໂພສຕ໌ ຂໍສະແດງຄວາມຍິນດີກັບຜົນສຳເລັດຂອງນ້ອງໃນຄັ້ງນີ້ ແລະ ອວຍພອນໃຫ້ນ້ອງຈົ່ງປະສົບຄວາມສຳເລັດ ແລະ ໝັ່ນຕັ້ງໃຈຝຶກຝົນຢ່າງສະໝ່ຳສະເໝີ ເພາະນ້ອງເປັນອີກໜຶ່ງຄວາມຫວັງ ຂອງວົງການກິລາເທັນນິສຂອງບ້ານເຮົາ ແລະ ຫວັງວ່າໃນອານາຄົດຈະເຫັນໄດ້ໄປຢືນຢູ່ກາງແຂ່ງຂັນເທັນນິສໃນເວທີລະດັບໂລກ
1130

ຮູບພາບຈາກ: http://www.tholakhong.com
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...