spot_img
Homeຂ່າວເຫດການນາຍົກທອງລຸນ ເປັນປະທານຮ່ວມ ກອງປະຊຸມຄະ​ນະ​ກຳ​ມະ​ການຮ່ວມມື ​ຫວຽດ​ນາມ-ລາວ ຄັ້ງທີ 39 ທີ່ຮ່າໂນ້ຍ

ນາຍົກທອງລຸນ ເປັນປະທານຮ່ວມ ກອງປະຊຸມຄະ​ນະ​ກຳ​ມະ​ການຮ່ວມມື ​ຫວຽດ​ນາມ-ລາວ ຄັ້ງທີ 39 ທີ່ຮ່າໂນ້ຍ

Published on

ອີງຕາມການລາຍງານຂອງ ສຳນັກຂ່າວ vovworld ຂອງຫວຽດນາມ ເມື່ອວັນທີ 7 ກຸມພາຜ່ານມານີ້ວ່າ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ​ຄະ​ນະ​ຜູ້​ແທນ​ລາວ ໄດ້ເດີນທາງເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ຮ່ວມມືລະ​ຫວ່າງ ​ລັດ​ຖະ​ບານ​ຫວຽດ​ນາມ- ລາວ ທີ່ນະຄອນຫລວງ​ຮ່າ​ໂນ້ຍ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ.

ສອງຝ່າຍ​ໄດ້​ດຳ​ເນີນກອງ​ປະ​ຊຸມດັ່ງກ່າວ ເພື່ອ​ແນ​ໃສ່​ສືບ​ຕໍ່​ຢືນ​ຢັນ​ບຸ​ລິ​ມະ​ສິດ​ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​, ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ-ລາວ ຢ່າງບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ ລະ​ຫວ່າງສອງປະ​ເທດ, ​ເຫັນ​ດີເປັນ​ເອ​ກະ​ພາບ ​ຊີ້ິ້​ນຳ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງສອງປະ​ເທດ ​ໃຫ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ໃນ​ໄລ​ຍ​ະ​ໃໝ່.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...