Homeຂ່າວພາຍ​ໃນຊະຕາກຳສີ້ນໄໝລາວ ໃນຍຸກສີ້ນໄໝທຽມຈາກຈີນ ເຂົ້າມາຕີຕະຫຼາດ

ຊະຕາກຳສີ້ນໄໝລາວ ໃນຍຸກສີ້ນໄໝທຽມຈາກຈີນ ເຂົ້າມາຕີຕະຫຼາດ

Published on

ສີ້ນ ເປັນເຄື່ອງນຸ່ງເອກະລັກຂອງແມ່ຍິງລາວ ທີ່ມີຄວາມເປັນເອກະລັກທາງດ້ານຮູບຊົງ ແລະລວດລາຍ ທີ່ເປັນມູນມໍລະດົກສືບທອດມາແຕ່ບູຮານນະການ. ສີ້ນໄໝ ແມ່ນສີ້ນທີ່ຖືກຕ່ຳຈາກເສັ້ນໄໝ ເຊິ່ງແຕ່ກ່ອນຈະມີແຕ່ໄໝມ້ອນ ແຕ່ມາຮອດຍຸກສະໄໝໃໝ່ ຈະມີໄໝຫລາບນຳ (ໄໝຫລາບແມ່ນເສັ້ນໄໝທີ່ຜະລິດໂດຍໂຮງງານຈາກວັດຖຸອື່ນທີ່ບໍ່ແມ່ນເສັ້ນໃຍຂອງໂຕມ້ອນ). ລວດລາຍຂອງສີ້ນແມ່ນມໍລະດົກອັນລ້ຳຄ່າ ເພາະມັນເປັນສີໄມ້ລາຍມືທີ່ຖືກພັດທະນາມາຈາກຫົວຄິດປະດິດສ້າງ ຈາກລຸ້ນສູ່ລຸ້ນ ຈົນມາເຖິງປັດຈຸບັນ ເຊິ່ງເປັນສິ່ງທີ່ບໍ່ສາມາດເອົາວັດຖຸອື່ນ ຫຼືສິລະປະແບບອື່ນມາປ່ຽນແທນໄດ້ (ບໍ່ຄືເສັ້ນໄໝ ທີ່ຍັງສາມາດເອົາໄໝຫລາບ ມາປ່ຽນແທນໄໝມ້ອນໄດ້).

ໃນຫຼາຍປີມານີ້ ເນື່ອງຈາກສີ້ນໄໝເປັນທີ່ນິຍົມນຸ່ງແລະສາມາດເປັນສິນຄ້າທີ່ມີລາຄາແພງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ນັກການຄ້າແຜ່ນແພຈາກຕ່າງປະເທດ ໂດຍສະເພາະແມ່ນຈີນ ໄດ້ນຳເອົາຮູບແບບແລະລວດລາຍຂອງສີ້ນ ໄປຜະລິດ ແລ້ວສົ່ງກັບເຂົ້າມາຂາຍໃນປະເທດລາວດ້ວຍລາຄາຖືກໆ ເປັນທາງເລືອກໜຶ່ງໃຫ້ແກ່ເອື້ອຍນ້ອງແມ່ຍິງລາວ ໂດຍສະເພາະແມ່ນຜູ້ທີ່ລາຍໄດ້ບໍ່ຫຼາຍ ແລະທັງຍັງເປັນແມ່ຍິງສ່ວນຫຼາຍຂອງປະເທດ ນັ້ນສະແດງໃຫ້ເຫັນວ່າຜູ້ທີ່ຈະຊື້ສີ້ນໄໝຈີນມານຸ່ງ ກໍມີຈຳນວນຫຼາຍເຊັ່ນດຽວກັນ.

ການເຂົ້າມາຂອງຕີຕະຫຼາດຂອງສີ້ນໄໝຈີນ ເຮັດໃຫ້ຕະຫຼາດສີ້ນໄໝພາຍໃນຖືກກະທົບກະເທືອນພໍສົມຄວນ ໂດຍສະເພາະແມ່ນຜູ້ສ້າງລາຍຮັບຈາກການຕ່ຳສີ້ນໄໝ ເຊິ່ງເຄີຍມີກຸ່ມຜູ້ຕ່ຳສີ້ນໄໝຈາກແຂວງຈຳປາສັກ ໄດ້ອອກມາກ່າວແລ້ວເມື່ອ 3 ປີກ່ອນວ່າ ຖ້າຫາກພາກລັດບໍ່ສາມາດສະກັດກັ້ນການນຳເຂົ້າສີ້ນໄໝທຽມຈາກຈີນແລ້ວ ພາກສ່ວນຕ່ຳຫູກກໍຄົງຢູ່ລຳບາກ ຫຼືອາດຈະຢຸດເຊົາອາຊີບຕ່ຳຫູກໄປເຮັດອາຊີບອື່ນ.

ສີ້ນໄໝທຽມຈາກປະເທດຈີນມີລາຄາຢູ່ປະມານ 20,000 – 30,000 ກີບ ສຳລັບສີ້ນທີ່ບໍ່ໄດ້ລີດຜ້າກາວ, ແຕ່ຖ້າລີດຜ້າກາວແລ້ວ ລາຄາກໍຈະຢູ່ປະມານ 50,000 – 60,000 ກີບ. ໃນຂະນະທີ່ສີ້ນລາວ ຖ້າເປັນຜ້າຝ້າຍກໍຈະຢູ່ປະມານຜືນລະ 50,000 –​ 70,000 ກີບ ແຕ່ຖ້າເປັນສີ້ນໄໝຈະເປັນໄໝຫລາບຫຼືໄໝມ້ອນ ລາຄາກໍຈະຢູ່ປະມານ 200,000 ກີບ ຂຶ້ນໄປຈົນເຖິງຫຼາຍລ້ານກີບ ກໍມີ.

ຕາມການສອບຖາມຜູ້ທີ່ໄດ້ນຸ່ງສີ້ນໄໝຈີນແລ້ວ ໄດ້ຄຳເຫັນວ່າ ສີ້ນໄໝຈີນ ເຖິງແມ່ນວ່າລາຄາຈະຖືກແຕ່ວ່ານຸ່ງບໍ່ຄັກ ເນື່ອງຈາກບໍ່ນຸ່ມນວນຄືກັບສີ້ນລາວ ມັນຈະແຂງແລະເປັນຂຸຍ ຫຼືຢືດຍານໄດ້ງ່າຍ ຖ້າທຽບໃສ່ລາຄາແລ້ວກໍພໍນຸ່ງໄດ້ ແຕ່ຖ້າມາທຽບໃສ່ຄວາມໝັ້ນໃຈລະຫວ່າງນຸ່ງສີ້ນໄໝລາວກັບສີ້ນໄໝຈີນແລ້ວ ສີ້ນໄໝລາວຈະສ້າງຄວາມພູມໃຈ ນຸ່ງແລ້ວມີຄວາມໝັ້ນໃຈຫຼາຍກວ່າ.

ຖ້າຫາກວ່າມື້ໜຶ່ງເກີດກໍລະນີສີ້ນຈີນແກ້ໄຂຈຸດອ່ອນຄື ເຮັດໃຫ້ເນື້ອຜ້ານຸ່ມນວນແລະທົນທານຂຶ້ນຕື່ມ ແລະຄັດລອກລວດລາຍສີ້ນລາວໄດ້ ມື້ນັ້ນຊະຕາກຳຂອງສີ້ນໄໝລາວຈະຢູ່ຍາກຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...