spot_img
Homeນານາສາລະເຮັດແນວໃດການກໍ່ສ້າງເສັ້ນທາງຈຶ່ງຈະໄດ້ມາດຕະຖານ?

ເຮັດແນວໃດການກໍ່ສ້າງເສັ້ນທາງຈຶ່ງຈະໄດ້ມາດຕະຖານ?

Published on

ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ປັດຈຸບັນປະເທດເຮົາກຳລັງສຸມໃສ່ການພັດທະນາພື້ນຖານໂຄງລ່າງ

ໂດຍສະເພາະແມ່ນຖະໜົນຫົນທາງ, ຊຶ່ງເສັ້ນທາງໃຫ້ມີຄວາມສະດວກສະບາຍໃນການໄປ-ມາຫາ​ສູ່ ແລະ

ການຂົນສົ່ງສິນຄ້າຕ່າງໆ ຈາກພາຍໃນສູ່ພາຍນອກ ແລະ ຈາກພາຍນອກສູ່ພາຍໃນ, ແຕ່ຂະນະ​ດຽວ​ກັນ

ມີບາງເສັ້ນທາງຖືກສ້າງຂຶ້ນ ແລະ ເປີດນຳໃຊ້ບໍ່ເຖິງປີກໍເປ່ເພ ຍ້ອນ​ການ​ກໍ່ສ້າງ​ບໍ່​ໄດ້​ມາດ​ຕະຖານ ແລະ

ມີ​ບາງ​​ເສັ້ນທາງ​ກໍ່​ເກົ່າ​ແກ່​ຊຸດ​ໂຊມ​ລົງ​ຫຼາຍ​ແຕ່​ບໍ່​ໄດ້​ຮັບ​ການ​ປົວ​ແປງ, ຍົກ​ລະດັບ, ເຮັດໃຫ້ລັດຖະບານ

ຕ້ອງສູນ​​ເສຍງົບປະມານເປັນຈຳນວນມະຫາສານ​ຄື: ສະເພາະໃນສົກປີ 2013- 2014 ນີ້, ລັດຖະບານຕ້ອງ

ໃຊ້ງົບປະມານເຖິງ 283 ຕື້ກີບເພື່ອປັບປຸງປົວແປງເສັ້ນທາງທີ່ເປ່ເພເຫຼົ່ານັ້ນ, ແຕ່ງົບປະມານດັ່ງກ່າວກໍ

ສາ ມາດສ້ອມແປງເສັ້ນທາງເປ່​ເພ​ດັ່ງກ່າວໄດ້ພຽງ 59% ຂອງແຜນການເທົ່ານັ້ນ, ຖືວ່າລັດຖະບານຍັງຈະ

ຕ້ອງໃຊ້ງົບປະມານອີກເປັນຈຳນວນຫຼາຍ ເພື່ອ​ໃຊ້​ເຂົ້າ​ໃນ​ວຽກ​ງານນີ້, ສະນັ້ນ ເຫັນວ່າມັນເຖິງເວລາແລ້ວ

ທີ່​ພວກ​ເຮົາ​ຈະ​ຕ້ອງ​ມີ​ມາດ​ຕະການ​ເຂັ້ມ​ງວດ​ໃນ​ການກວດ​ມາດຕະຖານ​ການກໍ່ສ້າງ​ເສັ້ນທາງ​ໃຫ້​ດີ​ຂຶ້ນ,​

ໂດຍ​ສະ​ເພາະ​ເລັ່ງ​ໃສ່​ກວດກາການກໍ່ສ້າງເສັ້ນທາງແຕ່ລະຂັ້ນຕອນຢ່າງສະອຽດ, ພ້ອມທັງມີມາດຕະການ

ຕໍ່ຜູ້ຮັບເໝົາກໍ່ສ້າງທີ່ບໍ່ໄດ້ມາດຕະຖານ, ເພື່ອເຮັດແນວໃດໃຫ້ການກໍ່ສາງເສັ້ນທາງໃນປະເທດເຮົາມີມາດ

ຕະຖານທຽບເທົ່າກັບພາກພື້ນ ແລະ ເປັນປະເທດທີ່ມີຄວາມຈະເລີນສີວິໄລທາງດ້ານພື້ນຖານໂຄງລ່າງ.

 

ປັດຈຸບັນເສັ້ນທາງຫຼາຍສາຍໃນນະຄອນຫຼວງວຽງຈັນ ໄດ້ເປ່ເພຢ່າງໜັກສ້າງຄວາມຫຍຸ້ງຍາກໃຫ້ການສັ້ນ

ຈອນໄປມາ ຈົນເກີດຫ່າງສຽງຈາກວ່າຈາກປະຊາຊົນ ເພື່ອຢາກຂໍຮ້ອງໃຫ້ພາກສ່ວນກ່ຽວຂ້ອງເລັ່ງສ້ອມແປງ

ໂດຍສະເພາະແມ່ນ: ເສັ້ນທາງດົງໂດກ-ໜອງບຶກ, ໜອງແຕ່ງ-ສີໄຄ ແລະ ເສັ້ນທາງອື່ນໆອີກ​ເພື່ອ​ບໍ່​ໃຫ້​ມັນ

​ເປ່​ເພ​ໄປ​ຫຼາຍ​ກວ່າ​ນີ້.

 

ບົດຂ່າວຈາກ: http://laophatthananews.blogspot.com/2014/08/blog-post_18.html

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...