Homeຂ່າວພາຍ​ໃນເຊລຊີ! ພ້ອມທຸ້ມເງິນ 100 ລ້ານປອນ ເພື່ອຊື້ 3 ນັກເຕະດັງມາເສີມທີມ

ເຊລຊີ! ພ້ອມທຸ້ມເງິນ 100 ລ້ານປອນ ເພື່ອຊື້ 3 ນັກເຕະດັງມາເສີມທີມ

Published on

ສຳນັກຂ່າວເລີເມລລາຍງານວ່າ “ສິງໂຕນ້ຳເງິນ” ເຊລຊີ ຜູ້ນຳ ພຣີເມຍລີກ ອັງກິດ ກຽມທຸ້ມເງິນກ້ອນໃຫຍ່ 100 ລ້ານປອນ ສຳລັບຊື້ນັກເຕະເຂົ້າມາເສີມທັບຫຼັງຈາກຈົບລະດູການນີ້ ມີເປົ້າໝາຍຫຼັກຢູ່ 3 ຄົນ

ເຖິງແມ່ນວ່າ ເຊລຊີ ຈະເປັນຜູ້ນຳແຕ້ມໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ຈົນຄາດການວ່າອາດໄດ້ແຊັມໄປຄອງແບບບໍ່ຕ້ອງເມື່ອຍຫຼາຍ ແຕ່ລາຍງານລະບຸວ່າ ອັນໂຕນິໂອ ຄອນເຕ້ ຜູ້້ຈັດການທີມຊາວອີຕາລີ ຍັງບໍ້ພໍໃຈກັບກຳລັງທີ່ມີຢູ່.

ໂດຍລາຍງານຂ່າວລະບຸວ່າ ດ້ວຍງົບຈຳນວນດັ່ງກ່າວ ຄອນເຕ້ ມີເປົ້າໝາຍດຶງນັກເຕະເຂົ້າມາຮ່ວມທີມຢູ່ 3 ຄົນຄື: ເຟີ້ຈິລ ຟານ ໄດ ກອງຫຼັງເຊົາແຮມຕັນ ຄູ່ແຂ່ງຮ່ວມລີກ, ມູສຊ່າ ເດມເບເລ່ ກອງໜ້າຊາວຣັ່ງຂອງເຊລຕິກ ໃນລີກສະກັອດແລນ ແລະ ອັລບາໂຣ່ ໂມຣາຕ້າ ກອງໜ້າຂອງ ເຣອັລ ມາດຣິດ ໃນລີກສະເປນ.

 

ແຫລ່ງຂ່າວຈາກ: https://www.khaosod.co.th/sports/news_206148
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...