spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານປະຊາຊົນນະຄອນຫລວງ ຕັດສິນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ

ສານປະຊາຊົນນະຄອນຫລວງ ຕັດສິນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ

Published on

ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ໂອດ ອາຍຸ 45 ປີຢູ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ຈໍາຄຸກຕະຫລອດຊີວິດ, ພ້ອມປັບໃໝ 500 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ ແລະມີວັດຖຸລະເບີດໄວ້ຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ, ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວເມື່ອຕົ້ນປີ 2016 ພ້ອມຂອງກາງຢາບ້າຈໍານວນ 6 ພັນເມັດ ແລະ ລູກປືນຈໍານວນໜຶ່ງທີ່ຊຸກເຊື່ອງໄວ້ຢູ່ພາຍໃນເຮືອນຂອງຕົນ.
ຕາມສຳນວນຄະດີຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວ ໂອດ ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ແຕ່ປີ 2015 ເປັນຕົ້ນມາ, ໂດຍໄດ້ຊື້ນໍາຂະບວນການຄ້າຂາຍຢາເສບຕິດ ຢູ່ແຂວງວຽງຈັນ ຫລາຍຄັ້ງແລ້ວເອົາມາຂາຍໃຫ້ຊາວໜຸ່ມ ຢູ່ນະຄອນຫລວງວຽງຈັນ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະສານໄດ້ຕັດສິນລົງໂທດດັ່ງກ່າວ.
ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...