Homeຂ່າວທ້ອງຖິ່ນສະພາແຫ່ງຊາດ ຕິດຕາມ-ຊຸກຍູ້ ວຽກງານເດັກ ຢູ່ເມືອງໜອງແຮດ

ສະພາແຫ່ງຊາດ ຕິດຕາມ-ຊຸກຍູ້ ວຽກງານເດັກ ຢູ່ເມືອງໜອງແຮດ

Published on

ຂປລ. ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ວັດທະນະທໍາ-ສັງຄົມ (ກວທສ) ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຊຽງຂວາງ ​ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ລົງຕິດຕາມກວດກາ, ຊຸກຍູ້ ແລະ ໂຄສະນາເຜີຍແຜ່ ວຽກງານກ່ຽວກັບເດັກ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ໃນວັນທີ 1 ກຸມພາ 2017; ມີບັນດາຂະແໜງການທີ່ກ່ຽວຂ້ອງຄື: ສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ຖະແຫລງຂ່າວ ແລະ ວັດທະນະທຳ, ແຜນການ ແລະ ການລົງທຶນ ແລະ ອົງການຈັດຕັ້ງມະຫາຊົນ ຕະຫລອດຮອດພໍ່ແມ່ປະຊາຊົນ ເມືອງໜອງແຮດ ເຂົ້າຮ່ວມ.

ການ​ເຄື່ອນ​ໄຫວ​ວຽກງານຊຸກຍູ້, ສົ່ງເສີມ ແລະ ຕິດຕາມກວດກາ ວຽກງານສຸຂະພາບ, ການສຶກສາຂອງເດັກ ຢູ່​ເມືອງໜອງ​ແຮດ ໃນ​ໄລຍະ​ຜ່ານ​ມາ ມີ​ທັງດ້ານດີ ແລະ ຂໍ້ຄົງຄ້າງຫລາຍດ້ານ ເປັນຕົ້ນ ບັນຫາພະນັກງານບໍ່ພຽງພໍ ຜູ້ໜຶ່ງຮັບຜິດຊອບຫລາຍວຽກ, ບໍ່ມີການແບ່ງໜ້າວຽກລະອຽດ ຍັງເຮັດວຽກຕາມແບບແຜນຂອງໃຜລາວ, ຄວາມສາມາດຕໍ່ວຽກງງານ ວິຊາສະເພາະຍັງບໍ່ທັນສູງ; ພ້ອມກັນນັ້ນ ຍັງໄດ້ລົງພົບປະ ແລະ ຢ້ຽມຢາມອໍານາດການປົກຄອງບ້ານພຽງຮຸ່ງ, ໂຮງຮຽນເມືອງ, ສຸກສາທາລາບ້ານ, ໂຮງໝໍນ້ອຍຂອງເມືອງ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພະນັກງານ, ອາຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນ ກ່ຽວກັບບັນຫາພະຍາດເປ້ຍລ່ອຍ (Polio), ວຽກງານໂພສະນາການ, ບັນຫາເລືອດຈາງ, ການຂາດສານອາຫານ, ວຽກງານການສຶກສາກ່ອນໄວຮຽນ, ການລ້ຽງລູກດ້ວຍນົມແມ່, ການສັກຢາກັນພະຍາດ ແລະ ການປົກປ້ອງເດັກ ຈາກການໃຊ້ຄວາມຮຸນແຮງ.

ຄະນະ​ຜູ້​ແທນ ​ໄດ້ຈັດກິດຈະກໍາຮ່ວມກັບນ້ອງນັກຮຽນ ແລະ ນໍາເຄື່ອງບໍລິຈາກໄປມອບໃຫ້ແກ່ເມືອງດັ່ງກ່າວ ປະກອບມີ: ແຜ່ນພັບ, ປ້າຍໂຄສະນາ (ປົດສະເຕີ), ອຸປະກອນການສຶກສາ, ເສື້ອກັນໜາວ ແລະ ເຄື່ອງນຸ່ງຮົ່ມຈໍານວນໜຶ່ງ.

 

ແຫລ່ງຂ່າວ:

 ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...