spot_img
Homeວິທະຍາສາດ-ວິທະຍາການແນວຄິດສຸດລ້ຳໜ້າ! ຕຶກສູງພຽງຟ້າຕຶກແຫ່ງອານາຄົດ ທັງເປັນບ່ອນອາໃສ ແລະ ເປັນແຫຼ່ງຜະລິດອາຫານ

ແນວຄິດສຸດລ້ຳໜ້າ! ຕຶກສູງພຽງຟ້າຕຶກແຫ່ງອານາຄົດ ທັງເປັນບ່ອນອາໃສ ແລະ ເປັນແຫຼ່ງຜະລິດອາຫານ

Published on

ນີ້ຄືຮູບຄອນເຊັບຂອງຕຶກສູງພຽງຟ້າ ທີ່ມີຊື່ວ່າ Rice Terraces ຜົນງານຂອງການອອກແບບຂອງ Studio Cachoua Torres Camilletti ໃນຮ່ອງກົງ ທີ່ໄດ້ແນວຄິດມາຈາກການທີ່ມະນຸດເຮົາສາມາດຢູ່ລອດໄດ້ນັ້ນຕ້ອງມີອາຫານ ດັ່ງນັ້ນຈິ່ງໄດ້ມີການຄິດຄົ້ນສ້າງຕິກທີ່ສາມາດເປັນທັງບ່ອນຢູ່ອາໃສພ້ອມກັບເປັນແຫຼ່ງຜະລິດອາຫານໄດ້

rr

ໂຄງສ້າງຂອງຕຶກຖືກແບ່ງອອກເປັນ 2 ຝາກ ພາຍນອກນັ້ນໄດ້ຮັບການຕົບແຕ່ງໃຫ້ເບິ່ງເປັນທຳມະຊາດ ໂດຍໃນສ່ວນຝາກຂອງຕຶກໃຫຍ່ກວ່າຈະເປັນສ່ວນຂອງຫ້ອງການ, ຫ້າງສັບພະສິນຄ້າ, ຄວາມບັນເທີງຕ່າງໆ ສ່ວນອີກຝາກຂອງຕຶກນັ້ນຈະເປັນບ່ອນຢູ່ອາໃສ ແລະ ບ່ອນຜະລິດອາຫານ ອາຄານທັງສອງຝາກຈະມີຂົວເຊື່ອມຕໍ່ເຂົ້າຫາກັນໃຫ້ສາມາດຍ່າງຫາກັນໄດ້ແບບສະດວກສະບາຍ

ໃນສ່ວນດ້ານເທິງຂອງດາດຟ້າ ມີລະບົບກັກເກັບນ້ຳຝົນທີ່ສາມາດຊ່ວຍໃຫ້ຜູ້ຢູ່ອາໃສ ເຮັດນາເທິງຕຶກໄດ້ ບໍ່ພຽງແຕ່ເຮັດນາເທົ່ານັ້ນ ຍັງມີອ່າງລ້ຽງປາອີກດ້ວຍ ສຳລັບລະບົບພະລັງງານໃນຕຶກນີ້ ໄດ້ຮັບການອອກແບບມາໃຫ້ໃຊ້ພະລັງງານຈາກເຄື່ອງປະຕິບັດການນິວເຄຍທີ່ຢູ່ໃນຊັ້ນໃຕ້ດິນ ເຊິ່ງໃຊ້ແບບບໍ່ມີວັນໝົດ

ນັບວ່າ ຄອນເຊັບ ຂອງຕຶກມີຄວາມຄິດທີ່ສ້າງສັນ ແລະ ກ້າວໄກແທ້ໆ ແຕ່ສຳລັບຕຶກສຸດລ້ຳສະໃໝນີ້ແມ່ນຕ້ອງໃຊ້ງົບປະມານຈຳນວນມະຫາສານໃນການກໍ່ສ້າງ ເຊິ່ງໃນອານາຄົດເຮົາອາດຈະເຫັນຕຶກແບບນີ້ແທ້ໆກໍ່ໄດ້

rr1 rr2

 

ແຫລ່ງຂໍ້ມູນຈາກ: http://board.postjung.com/1010948.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...