Homeຂ່າວເຫດການເມືອງຈໍາປາສັກ ຮັບຈັດງານບຸນວັດພູຈໍາປາສັກ ພ້ອມຕັ້ງເປົ້າດຶງດູດ ນັກທ່ອງທ່ຽວ 5 ແສນຄົນ

ເມືອງຈໍາປາສັກ ຮັບຈັດງານບຸນວັດພູຈໍາປາສັກ ພ້ອມຕັ້ງເປົ້າດຶງດູດ ນັກທ່ອງທ່ຽວ 5 ແສນຄົນ

Published on

ອໍານາດ​ການ​ປົກຄອ​ງ​ ແຂວງ​ຈໍາປາ​ສັກ ຢືນຢັນ​ວ່າ​ຕົນ​ເອງ​ ຈະ​ມອບ​ໃຫ້​ເມືອງ​ຈໍາປາ​ສັກ ​ເປັນ​ຜູ້​ຫ້າງ​ຫາ​ກະກຽມ​ ​ແລະ ດໍາ​ເນີນ​ການຈັດ​ງານ​ ບຸນ​ນະມັດສະການ ຜາສາດ​ຫີນ​ວັດ​ພູ​ຈໍາປາ​ສັກ ລະຫວ່າງ 8-11 ກຸມພາ 2017, ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ ພາຍ​ໃນ ​ແລະ ຕ່າງປະ​ເທດ​ ຮ່ວມ​ສະຫລອງ 5 ​ແສນ​ຄົນປີ​ນີ້.

ການສະ​ເຫລີ​ມສະຫລອງ ບຸນນະມັດສະການ ​ຜາສາດ​ຫີນວັດພູຈໍາປາສັກ ຢູ່ພາກໃຕ້ຂອງລາວ ໄດ້ປະຕິບັດ ​ແລະ ສືບທອດກັນມາ ຕາມປະເພນີ ໃນແຕ່ລະປີດ້ວຍຄວາມ ເບີກບານມ່ວນຊື່ນ ສ່ວນ​ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເມືອງ​ຈໍາປາ​ສັກ​ ກໍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ ຈະ​ພະຍາ​ຍາມ​ບຸກບືນ ​ແລະ ສູ້​ຊົນປະສານ​ສົມທົບ ກັບ​ຜູ້​ປະກອບ​ການກ່ຽວຂ້ອງ​ ເພື່ອ​ຮັບປະກັນ​ ບໍ່​ໃຫ້​ມີ​ຫາງ​ສຽງ​ທາງ​ລົບ​ ໂດຍສະ​ເພາະ​ ການ​ເກັບ​ຄ່າ​ຝາກລົດ​ແພງ​ເກີນ​ໄປ, ບໍລິການສະຖານ​ທີ່ ​ຝາກ​ລົດຫຍຸ້ງ​ຍາກ, ​ການ​ເກັບ​ຄ່າ​ຜ່ານ​ເຂົ້າ​ໄປ​ ກາບ​ໄຫວ້​ສະຖານ​ສັກສິດ ກໍ​ຈະ​ມີ​ນະ​ໂຍບາຍ ​ບໍ່​ໃຫ້​ເກັບ​ປະມານ 3 ມື້.

ການ​ສະເຫລີມສະຫລອງ ບຸນ​ດັ່ງກ່າວ​ຄາດ​ວ່າ​ ຈະ​ເລີ່​ມ​ຄົບງັນຕາມ​ປະ​ເພນີ​ ໃນວັນທີ 8 ກຸມພາ  ແລະ ວັນທີ 9 ກຸມພາ ຈະ​ເປັນ​ການ​ເປີດງານບຸນວັດພູ ຢ່າງເປັນທາງການ ​ໃນ​ງານຈະມີການ ແຫ່ປ້າຍມໍລະດົກ, ​ແຫ່ຂະບວນ ທີ່ເປັນເອກກະລັກ ຂອງແຕ່ລະ​ເມືອງ ​ເຊິ່ງຈະມີຄະນະນໍາ ຈາກສູນກາງ, ແຂວງ ແລະ ເມືອງເຂົ້າຮ່ວມ. ຕະຫລອດ​ໄລຍະ​ ການ​ສະຫລອງ​ນັ້ນ​ ຈະ​ມີ​ກິດຈະ​ກໍາຕ່າງໆ​ເຊັ່ນ: ວາງສະແດງ ສິນຄ້າ, ຄ້າຂາຍ-ສິນຄ້າ​ພື້ນ​ເມືອງ, ການແຂ່ງຂັນກິລາມວນຊົນ, ການສະແດງສິລະປະ ວັນນະຄະດີ, ລໍາເລື່ອງ, ປາລັດຕື້ ແລະ ອື່ນໆ.

ທ່ານ ນາງ ມາລາ ຈັນທະ​ລານ ຮອງ​ຫົວໜ້າ ພະ​ແນ​ກຖະ​ແຫລ​ງຂ່າວ ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ໄດ້ໃຫ້ສຳພາດ ໃນ​ວັນ​ທີ 31 ມັງກອນ 2017 ນີ້​ວ່າ: ການ​ຈັດງານ​ບຸນ​ ນະມັດສະການ​ຜາສາດ​ຫີນ​ວັດ​ພູ ໃນທຸກໆປີນັ້ນ​ແມ່ນ​ເນັ້ນ​ໃສ່ ​ການ​ອະນຸລັກ​ຮັກສາ ​ແລະ ​ສົ່ງ​ເສີມ​ຮີດຄອງ​ປະ​ເພນີ​ ອັນ​ດີ​ງານ​ຂອງຊາດເປັນ​ຫລັກ ບໍ່​ສາມາດ​ປະ​ຖິ້ມ​ບາງ​ສິ່ງ​ດັ້ງ​ເດີມ ​ແລະ ວິຖີ​ຊີວິດ​ອັນ​​ເກົ່າ​ແກ່​ ໂດຍ​ສະ​ເພາະ​ ການ​ຄ້າຂາຍ​ເຂົ້າຫລາມ-ປີ້ງ​ໄກ່ ​ແລະ ກິດຈະ​ກໍາປິ່ນ​ອ້ອມອື່ນ​ໆ ​ເຊິ່ງບັນຫາ​ດັ່ງກ່າວ​ ເປັນ​ສິ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃຫ້​ເຂົ້າ​ມາ​ທ່ຽວ​ຊົມ ລວມທັງ​ສໍາຜັດ​ ອາຫານ​ພື້ນ​ເມືອງ​ຈາກ​ແດນ​ໃຕ້, ນອກຈາກ​ການຈັດ​ງານ​ບຸນ​​ແລ້ວ ພາຍ​ໃນ​ແຂວງ​ຍັງ​ມີ​ ສະຖານ​ທີ່​ທ່ອງ​ທ່ຽວ​ທໍາ​ມະ​ຊາດ, ປະຫວັດສາດ, ວັດທະນະ​ທໍາ ​ແລະ ອື່ນໆ ​ຢ່າງ​ຫລວງຫລາຍ​ເຊັ່ນ: ນໍ້າຕົກ​ຄອນ​ພະ​ເພັງ, ຕາດ​ເຍືອງ, ຕາດຜາສ້ວມ, ຕົ້ນ​ໄມ້​ມະນີ​ໂຄດ, ລ່ອງ​ເຮືອ​ຊົມ​ເກາະ 4.000 ດອນ, ຊົມ​ສວນ​ກາ​ເຟ, ບ້ານ​ຊົນ​ເຜົ່າ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...