spot_img
Home​ຂ່າວທ່ອງທ່ຽວນາຍົກເຫັນດີໃຫ້ຍົກເລີກການປະກອບເອກະສານຫລາຍຂັ້ນຕອນຕໍ່ນັກທ່ອງທ່ຽວ

ນາຍົກເຫັນດີໃຫ້ຍົກເລີກການປະກອບເອກະສານຫລາຍຂັ້ນຕອນຕໍ່ນັກທ່ອງທ່ຽວ

Published on

ຂປລ. ອີງຕາມການຕົກລົງເຫັນດີຂອງນາຍົກລັດຖະມົນຕີ ຄັ້ງວັນທີ 8 ພະຈິກ 2016 ແລະ ໜັງສືລາຍງານສະບັບເລກທີ່ 1088/ຖວທ, ລົງວັນທີ 21 ພະຈິກ 2016 ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການເຫັນດີໃຫ້ຍົກເລີກການປະກອບເອກະສານຫລາຍຂັ້ນຕອນຕໍ່ນັກທ່ອງທ່ຽວ ທີ່ຈະມາທ່ຽວ ສປປ ລາວ ເພື່ອອຳນວຍຄວາມສະດວກ ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ນັບມື້ນັບຫລາຍຂຶ້ນ ພ້ອມທັງເປັນການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ສອດຄ່ອງກັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຕາມການສະເໜີຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ຂໍ້ຕົກລົງວ່າດ້ວຍການອະນຸດຍາດໃຫ້ນັກທ່ອງທ່ຽວ ຈາກປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ສາມານຳໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນ ໄປທ່ອງທ່ຽວຫລາຍແຂວງໄດ້ ເຊິ່ງຫລັກ ການອະນຸຍາດທ່ອງທ່ຽວສຳລັບຜູ້ນຳໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນ ມີຄື: ນັກທ່ອງທ່ຽວທີ່ເດີຍທາງມາດ້ວຍຕົນເອງ ແມ່ນອະຍຸດຍາດໄປຕາມຂອບ ເຂດ ທີ່ໄດ້ກຳນົດໄວ້ໃນສັນຍາລະຫວ່າງປະເທດ; ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໂດຍມີການບໍລິການ ຈາກບໍລິສັດທ່ອງທ່ຽວຂອງລາວ ແມ່ນອະນຸດຍາດໃຫ້ເດີນທາງໄປຫລາຍແຂວງ ຕາມລາຍການນຳທ່ຽວທີ່ໄດ້ກຳນົດໄວ້ ແລະ ຕ້ອງໄດ້ຮັບອະນຸດຍາດຈາກພາກສ່ວນທີ່ກ່ຽວຂ້ອງ; ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ສປປ ລາວ ຕ້ອງເຂົ້າ-ອອກ ຕາມດ່ານທີ່ທາງການໄດ້ກຳນົດໄວ້ ແລະ ຕາມລາຍການຂອງບໍລິສັດທ່ອງທ່ຽວ; ບໍລິສັດທ່ອງທ່ຽວໃດໜຶ່ງ ເມື່ອມີບໍລິການນັກທ່ອງທ່ຽວ ຕ້ອງສະເໜີຂໍເຈົ້າໜ້າທີ່ຕຳຫລວດທ່ອງທ່ຽວຕິດຕາມ ເພື່ອຮັກສາຄວາມປອດໄພທຸກຄັ້ງຕາມຄວາມເໝາະສົມ. ໃນນັ້ນບໍລິສັດບໍລິການນຳທ່ຽວ ໃນ ສປປ ລາວ ທີ່ໃຊ້ປື້ມຜ່ານແດນ ແລະ ໃບຜ່ານແດນ ແມ່ນສາມາດນຳທ່ຽວຕາມຂອບເຂດ ຄື: ພາກເໜືອຕອນເທິງ ແມ່ນຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ແລະ ສາມາດທ່ອງ ທ່ຽວແຂວງຫລວງພະບາງໄດ້; ພາກເໜືອຕອນລຸ່ມແມ່ນແຂວງຫົວພັນ, ຊຽງຂວາງ, ໄຊຍະບູລີ ແລະ ຫລວງພະບາງ; ພາກກາງແມ່ນ ນະຄອນຫລວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ແລະ ສະຫວັນນະເຂດ; ພາກໃຕ້ແມ່ນແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ຂໍ້ຕົກລົງສະບັບດັ່ງກ່າວ ນຳໃຊ້ສຳລັບນັກທ່ອງທ່ຽວຈາກບັນດາປະເທດ ທີ່ມີຊາຍແດນຕິດກັບ ສປປ ລາວ ທີ່ນຳໃຊ້ປື້ມຜ່ານແດນ ແລະ ໃບຜ່ານແດນ ເຂົ້າມາທ່ອງທ່ຽວໃນ ສປປ ລາວ ແລະ ມີຜົນບັງຄັບໃຊ້ໃນຂອບເຂດຂອງ ສປປ ລາວ.

ຂ່າວໂດຍ: ສົມຫວັງ (ຂປລ)
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...