spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫຼຸບອຸປະຕິເຫດໃນເດືອນມັງກອນ ຢູ່ນະຄອນຫຼວງວຽງຈັນ

ສະຫຼຸບອຸປະຕິເຫດໃນເດືອນມັງກອນ ຢູ່ນະຄອນຫຼວງວຽງຈັນ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນມັງກອນນີ້ ທົ່ວນະຄອນ ຫລວງວຽງຈັນ ໄດ້ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 100 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດເກືອບ 20 ຄົນ ແລະ ມີພາຫະນະເປ່ເພຈຳນວນຫລວງຫລາຍ,  ພ້ອມທັງມີຜູ້ໄດ້ຮັບບາດເຈັບອີກນັບບໍ່ຖ້ວນ, ຖືໄດ້ວ່າເປັນຕົວເລກທີ່ສູງສົມຄວນໂດຍສ່ວນໃຫຍ່ແມ່ນເກີດຈາກເມົາແລ້ວຂັບຂີ່ ແລະຝ່າຝືນກົດລະບຽບຈະລາຈອນອື່ນໆ. ເຖິງວ່າເຈົ້າໜ້າທີ່ມີວິທີສະກັດກັ້ນຢ່າງຈິງຈັງເຊັ່ນ: ຕັ້ງຈຸດກວດກາຄວາມໄວຕາມເຂດຊານເມືອງຕ່າງໆ, ກວດກາເອກະສານພາຫະນະ ພ້ອມທັງຕັກເຕືອນ ຜູ້ທີ່ບໍ່ໃສ່ໝວກກັນກະທົບໃນເວລາຂັບຂີ່ ແລະກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການຈອດລົດຂອງນັກຂັບຂີ່ ຕາມເສັ້ນທາງຕ່າງໆ ເປັນຕົ້ນການຈອດລົດຊະຊາຍ ອັນເປັນສາເຫດເຮັດໃຫ້ເສັ້ນທາງມີຄວາມແອອັດຄັບແຄບ ແລະ ເກີດອຸປະຕິເຫດໄດ້ງ່າຍດາຍ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...