spot_img
Homeຂ່າວ​ໄອ​ທີMasaya Nakamura ຜູ້ກໍ່ຕັ້ງບໍລິສັດ Namco ໄດ້ເສຍຊີວິດແລ້ວດ້ວຍອາຍຸ 91 ປີ 

Masaya Nakamura ຜູ້ກໍ່ຕັ້ງບໍລິສັດ Namco ໄດ້ເສຍຊີວິດແລ້ວດ້ວຍອາຍຸ 91 ປີ 

Published on

​ອີງຕາມການປະກາດຈາກ Namco Bandai ເຮັດໃຫ້ເຮົາໄດ້ຮູ້ວ່າ: Masaya Nakamura ຜູ້ກໍ່ຕັ້ງບໍລິສັດ Namco ແລະໜຶ່ງໃນຜູ້ບຸກເບີກອຸດສາຫະກຳເກມໃນຍີ່ປຸ່ນ ໄດ້ເສຍຊີວິດລົງແລ້ວໃນວັນທີ 22 ມັງກອນທີ່ຜ່ານມານີ້ ດ້ວຍອາຍຸລວມທັງໝົດ 91 ປີ. 

ຈາກປະຫວັດຂອງເພິ່ນໃນປີ 1955, ທ່ານມາສາຢະ ນາຄາມູຣະ ໄດ້ກໍ່ຕັ້ງບໍລິສັດ Nakamura Manufacturing ຂຶ້ນມາ, ກ່ອນທີ່ຈະປ່ຽນມາເປັນ Nakamura Amusement Machine Manufacturing Company ຫຼື “Namco”. ແຕ່ພາຍຫຼັງກໍໄດ້ຄວບລວມກັບບໍລິສັດ Bandai ໃນປີ 2005.

ໃນຊ່ວງຫຼັງສົງຄາມໂລກຄັ້ງທີ 2 ບໍລິສັດໄດ້ເຂົ້າມາມີບົດບາດກັບທຸລະກິດເຄື່ອງໃຊ້ພາຍໃນເຮືອນຫຼາກຫຼາຍ ແລະສ້າງເກມອາເຂດ. ໂດຍໃນຊ່ວງທ້າຍປີ 1970 ຫາຕົ້ນປີ 1980 ທຸລະກິດຂອງນາຄາມູຣະກໍມີເກມດັງຫຼາກຫຼາຍຈາກບັນດາເກມອາເຂດເຊັ່ນ: Galaxian, Galaga, Pole Position ແລະ Xevious. ແນ່ນອນວ່າສິ່ງທີ່ຂາດບໍ່ໄດ້ເລີຍກໍຄືເກມ Pac-Man ທີ່ເປັນໜຶ່ງໃນເກມທີ່ສ້າງຄວາມຍິ່ງໃຫຍ່ໃຫ້ກັບອຸດສາຫະກຳເກມຂອງຍີ່ປຸ່ນ ອີກທັງຍັງມີຄວາມສຳຄັນຫຼາຍຕໍ່ວົງການເກມຍີ່ປຸ່ນນຳ.

ມາຮອດປີ 2007 ດ້ວຍຄວາມສຳເລັດອັນຍິ່ງໃຫຍ່ຂອງທ່ານ Masaya Nakamura ເຮັດໃຫ້ລາວໄດ້ຮັບລາງວັນ Order of the Rising Sun ຈາກລັດຖະບານຍີ່ປຸ່ນ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: kotaku

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...