Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫຼວດຄຳມ່ວນ ຈັບພໍ່ຄ້າຢາເສບຕິດລາຍໃຫຍ່

ຕຳຫຼວດຄຳມ່ວນ ຈັບພໍ່ຄ້າຢາເສບຕິດລາຍໃຫຍ່

Published on

ໃນຕອນເຊົ້າຂອງວັນທີ 17 ມັງກອນ 201ຈ ຜ່ານມາ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະຕ້ານຢາເສບຕິດແຂງຄຳມ່ວນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນບໍ່ດີຈຳນວນໜຶ່ງລັກລອບເຄື່ອນໄຫວຄ້າຂາຍຢາເສບຕດ (ປະເພດຢາບ້າ) ຢູ່ຂອບເຂດບ້ານປຸ່ງເໜືອ ເມືອງຫີນບູນ ແຂງຄໍາມ່ວນ ຕົກມາຮອດວັນທີ 18 ມັງກອນ 2017 ທາງເຈົ້າໜ້າທີ່ໄດ້ນຳກຳລັງພະນັກງານ ວິຊາສະເພາະລົງກວດກາຕິດຕາມສະຖານທີ່ເປົ້າໝາຍດັ່ງກ່າວ

ພໍມາຮອດເວລາ 11 ໂມງ ຂອງວັນດຽວກັນ ກໍໄດ້ພົບເຫັນພວກກຸ່ມເປົ້າໝາຍ ກຳລັງເຄື່ອນໄຫວ ລັກລອບຄ້າຂາຍສິ່ງຜິດກົດໝາຍຂອບເຂດບ້ານດັ່ງກ່າວ ແລະໃນເວລາທີ່ພວກກ່ຽວກຳລັງເຄື່ອນໄຫວຊື້-ຂາຍກັນນັ້ນ  ທາງເຈົ້າໜ້າທີ່ສະເພາະຈຶ່ງໄດ້ສະແດງຕົວ ນຳກຳລັງເຂົ້າຈັບກຸມ ແລະສາມາດກັກຕົວຜູ້ຖືກຫາໄດ້ 2​ ຄົນຄື: ທ້າວ ຄຳໂກ້ ໄຊຊົມພູ ອາຍຸ 40 ປີ ອາຊີບເຮັດນາ ຢູ່ບ້ານປຸ່ງເໜືອ ເມືອງຫີນບູນ ແລະທ້າວ ມີດ ຫຼວງສຸວັນນະວົງ ອາຍຸ 42 ປີ ອາຊີບກຳມະກອນ ຢູ່ໂພນຂາມ ເມືອງບໍລິຄັນ ແຂວງບໍລິຄຳໄຊ ພ້ອມຂອງກາງຢາບ້າ 20 ມັກ ກັບ 4 ຖົງນ້ອຍ ເທົ່າກັບ 40.614 ເມັດ ແລະລົດວີໂກ້ແຊັມສີດໍາ 1​ ຄັນ ໝາຍເລກທະບຽນ ຄຳມ່ວນ ກກ 9435 ສ່ວນເຖົ້າແກ່ສອງຄົນບໍ່ຮູ້ຊື່ ໄດ້ເອົາຕົວລົບໜີໄປໄດ້

ຜ່ານການສືບສວນສອບສວນ ເບື້ອງຕົ້ນ ຂອງເຈົ້າໜ້າທີ່ພວກກ່ຽວທັງສອງ ໄດ້ຮັບສາລະພາບວ່າ ຢາບ້າຈຳນວນດດັ່ງກ່າວ ແມ່ນເປັນຂອງພວກກ່ຽວທັງສອງແທ້ ແລະກຳລັງຈະເອົາໄປຂາຍໃຫ້ເຖົ້າແກ່ສອງຄົນນັ້ນໃນລາຄາ 960.000 ບາດ

ປະຈຸບັນ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງຄຳມ່ວນ ກຳລັງດຳເນີນການ ສືບສວນສອບສວນ ພວກກ່ຽວທັງສອງ ທັງຂະຫຍາຍຜົນ ຫາກຸ່ມແກ້ງ ທີ່ຮ່ວມຂະບວນການໃນຄັ້ງນີ້ ເພື່ອມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...