spot_img
Homeຂ່າວຕ່າງປະເທດນັກວິທະຍາປັບເຂັມໂມງ "ວັນສິ້ນໂລກ" ໃຫ້ໄວຂຶ້ນ 30 ວິນາທີ

ນັກວິທະຍາປັບເຂັມໂມງ “ວັນສິ້ນໂລກ” ໃຫ້ໄວຂຶ້ນ 30 ວິນາທີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດ ອາເມລິກາ ເມື່ອວັນທີ 26 ມັງກອນ 2017 ວ່າ. ທ່ານ ລໍເຣນ ເຄຣົາສ໌ ປະທານຄະນະກຳມະການຈົດໝາຍຂ່າວນັກວິທະຍາສາດນິວເຄຣຍ ຖະແຫລງການເມື່ອວັນພະຫັດ ເລື່ອງການປັບເຂັມນາທີຂອງໂມງສັນຍາລັກ “ວັນສິ້ນໂລກ” ໃຫ້ໄວຂຶ້ນ 30 ວິນາທີ ຄື ຈາກອີກ 3 ນາທີຮອດທ່ຽງຄືນ ນີ້ຖືເປັນການປັບເວລາໃຫ້ເຂົ້າໃກ້ທ່ຽງຄືນຫຼາຍທີ່ສຸດເປັນຄັ້ງທຳອິດໃນຮອບ 64 ປີ

ທ່ານ ເຄຣົາສ໌ ໄດ້ໃຫ້ເຫດຜົນຂອງການປັບເຂັມນາທີຂອງໂມງວັນສິ້ນໂລກໃນຄັ້ງນີ້ວ່າ ເປັນການບົ່ງບອກເຖິງໂລກນີ້ກຳລັງຍັບເຂົ້າໃກ້ “ຫາຍະນະ” ຫຼາຍຂຶ້ນທຸກນາທີ ໂດຍມີສາເຫດມາຈາກພາວະໂລກຮ້ອນ, ໄພຄຸຄາມທາງນິວເຄຣຍ, ການແຂ່ງຂັນກັນເອງຂອງມວນມະນຸດ.

ໂມງສັນຍາລັກວັນສິ້ນໂລກນີ້ ໄດ້ຮັບການຄິດຄົ້ນ ແລະ ສ້າງຂຶ້ນ ໂດຄະນະກຳມະການຈົດຫມາຍຂ່າວນັກວິທະຍາສາດນິວເຄຣຍທີ່ມີຜູ້ໄດ້ຮັບລາງວັນ ໂນເບລ ລວມຢູ່ 18 ທ່ານ ເມື່ອປີ 1947 ດ້ວຍຈຸດປະສົງເພື່ອເຕືອນໃຫ້ປະຊາຄົມໂລກໄດ້ຮັບຮູ້ເຖິງມະຫັນຕະໄພທີ່ອາດເກີດຂຶ້ນ ໂດຍເຄີຍມີການປັບເວລາຂອງເຂັມນາທີໃຫ້ເຂົ້າໃກ້ທ່ຽງຄືນມາແລ້ວເຖິງ 19 ເທື່ອ ຖ້າເຂັມໂມງຍັບເຂົ້າໃກ້ທ່ຽງຄືນຫຼາຍເທົ່າໃດ ນັ້ນກໍ່ໝາຍເຖິງສະພາບເຫດການຂອງໂລກກໍ່ຮ້າຍແຮງຂຶ້ນເທົ່ານັ້ນ.

ແຫລ່ງຂ່າວ http://www.dailynews.co.th/foreign/551646
ຄລິບປະກອບຈາກ: CBS News

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...