Home​ຂ່າວທ່ອງທ່ຽວໄບຄາລ ທະເລສາບທີ່ເກົ່າແກ່ ແລະ ເລິກທີ່ສຸດໃນໂລກ ໜາວເຢັນຈົນເປັນນ້ຳແຂງ

ໄບຄາລ ທະເລສາບທີ່ເກົ່າແກ່ ແລະ ເລິກທີ່ສຸດໃນໂລກ ໜາວເຢັນຈົນເປັນນ້ຳແຂງ

Published on

ທ່ອງທ່ຽວ ກັບ ລາວໂພສຕ ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກກັບ “ໄບຄາລ (Baikal)” ທີ່ຂຶ້ນຊື່ວ່າເປັນທະເລສາບທີ່ເກົ່າແກ່ ແລະ ເລິກທີ່ສຸດໃນໂລກ ເຊິ່ງຢູ່ທີ່ປະເທດ ຣັສເຊຍ ໃນທະເລສາບແຫ່ງນີ້ມີຄວາມໜາວປົກຄຸມ ຈົນນ້ຳທະເລຈັບຕົວເປັນນ້ຳແຂງ ແຕ່ທະເລສາບແຫ່ງນີ້ບໍ່ແມ່ນມີພຽງແຕ່ຄວາມໜາວເຢັນສະທ້ານຫົວໃຈເທົ່ານັ້ນ ມັນຍັງມີຄວາມງາມແບບມະຫັດສະຈັນອີກຕ່າງຫາກ ແຕ່ກ່ອນຈະໄປເບິ່ງພາບທີ່ສວຍງາມນັ້ນ ເຮົາມາຮູ້ຈັກຂໍ້ມູນໂດຍຫຍໍ້ຂອງທະເລສາບແຫ່ງນີ້ກັນກ່ອນ

ທະເລສາບ ໄບຄາລ (Lake Baikal) ຕັ້ງຢູ່ເຂດພາກໃຕ້ຂອງໄຊບີເຣຍ ປະເທດ ຣັສເຊຍ ເປັນທະເລສາບທີ່ເລິກທີ່ສຸດໃນໂລກ ຈຸດເລິກທີ່ສຸດມີຄວາມເລິກເຖິງ 1,640 ແມັດ, ມີຄວາມຍາວປະມານ 650 ກິໂລແມັດ, ກ້ວາງສະເລ່ຍ 50 ກິໂລແມັດ, ມີເນື້ອທີ່ທັງໝົດ 23,615 Km2 

s0

ເຊິ່ງທະເລສາບໄບຄາລ ແຫ່ງນີ້ເກີດຈາກນ້ຳໄຫລລົ້ນເຂົ້າມາຈົນເຕັມຮອຍເປືອກໂລກທີ່ແຕກ ເມື່ອປະມານ 25 ລ້ານປີກ່ອນ

ນອກຈາກນີ້ ທະເລສາບໄບຄາລ ຍັງໄດ້ລົງທະບຽນເປັນ ມໍລະດົກໂລກ ເຊິ່ງມີຄວາມສຳຄັນທີ່ກ່ຽວກັບປະຫວັດສາດ ແລະ ວິວັດທະນາການຍຸກຕ່າງໆ ຂອງໂລກເຊັ່ນ:

  • ເປັນຕົວແທນຂອງການເປັນຕົວແທນໃນວິວັດທະນາການສຳຄັນຕ່າງໆໃນອະດີດຂອງໂລກເຊັ່ນ: ຍຸກສັດເລືອຄານ, ຍຸກນ້ຳແຂງ ເຊິ່ງສະທ້ອນໃຫ້ເຫັນເຖິງການພັດທະນາຄວາມຫຼາກຫຼາຍທາງທຳມະຊາດຂອງໂລກ
  • ເປັນຕົວແທນຂອງຂະບວນການປ່ຽນແປງທີ່ສຳຄັນທາງ ວິຖີວິທະຍາ ຫຼື ວິວັດທະນາການທາງຊີວະ ແລະ ປະຕິສຳພັນຂອງມະນຸດຕໍ່ສິ່ງແວດລ້ອມທາງທຳມະຊາດທີ່ກຳລັງເກີດຢູ່ເຊັ່ນ: ພູເຂົາໄຟ, ການເຮັດນາຂັນໄດ
  • ເປັນແຫຼ່ງທີ່ເກີດຈາກປະກົດການທາງທຳມະຊາດທີ່ມີເອກະລັກຫາຍາກ ຫຼື ສວຍງາມເປັນພິເສດເຊັ່ນ: ແມ່ນ້ຳ, ນ້ຳຕົກ, ພູເຂົາ
  • ເປັນບ່ອນທີ່ຢູ່ອາໃສຂອງສັດສາຍພັນຫາຍາກ ຫຼື ຕົກຢູ່ໃນສະພາບອັນຕະລາຍ ແຕ່ຍັງສາມາດດຳລົງຊີວິດໄດ້ ເຊິ່ງຮວມເຖິງລະບົບນິເວດ ທີ່ເປັນແຫຼ່ງລວມຄວາມອຸດົມສົມບູນຂອງພືດ ແລະ ສັດທີ່ທົ່ວໂລກໃຫ້ຄວາມສົນໃຈ

s2s3 s4 s5 s6 s7 s8 s9 s10 s11 s12

 

ແຫລ່ງຂໍ້ມູນຈາກ: http://travel.mthai.com/world-travel/149670.html
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...