spot_img
Homeຂ່າວພາຍ​ໃນຍ້ອນມີການເສຍສະຫຼະແບບນີ້ ຈຶ່ງມີ ສປປລາວ

ຍ້ອນມີການເສຍສະຫຼະແບບນີ້ ຈຶ່ງມີ ສປປລາວ

Published on

ພາຍຫລັງຮູ້ຂ່າວເຫດການລະເບີດແຕກໃນຫ້ອງຮຽນ ມສ ເມືອງໄຊ ແຂວງອຸດົມໄຊ ຊາວເນັດຕ່າງກະຮູ້ສຶກເສົ້າສະຫລົດໃຈ ໃນຂະນະດຽວກັນກໍມີສຽງຊື່ນຊົມເຖິງ ນໍ້າໃຈນາຍທະຫານຜູ້ສອນສິລະປະການທະຫານ ກັບການເສຍສະຫລະຊີວິດ ເພື່ອປົກປ້ອງອີກຫລາຍຊີວິດໃນຫ້ອງຮຽນ.

ວານນີ້ ວັນທີ 24 ມັງກອນ 2017 (ຫລັງການສະຫລອງວັນສ້າງຕັ້ງກອງທັບຄົບຮອບ 68 ປີ ພຽງ 4 ມື້) ນາຍທະຫານຜູ້ຫນຶ່ງທີ່ເຮັດຫນ້າທີ່ອາສາສະຫມັກລົງສິດສອນສິລະປະການທະຫານໃຫ້ແກ່ນ້ອງນັກຮຽນ ມສ ເມືອງໄຊ ໄດ້ເກີດອຸບັດເຫດໂດຍບໍ່ຄາດຄິດໃນຂະນະກຳລັງສາທິດການໃຊ້ລະເບີດແທ້ໃຫ້ແກ່ນັກຮຽນຢູ່ໃນຫ້ອງຮຽນ ບັງເອີນເຜີຖອດສະຫລັກລະເບີດແບບບໍ່ຕັ້ງໃຈ (ເຊິ່ງຜູ້ຂຽນເດົາວ່າເປັນລະເບີດເວລາ) ເມື່ອຮູ້ວ່າຫລົງຖອດສະຫລັກລະເບີດແລ້ວຈະຫາຊ່ອງທາງທີ່ຈະຖິ້ມລະເບີດອອກຈາກໂຕກໍຢ້ານຖືກຄົນອື່ນ ຈຶ່ງຕັດສິນໃຈລົ້ມໂຕລົງກອດລະເບີດໄວ້ ພ້ອມຄໍາສັ່ງໃຫ້ນັກຮຽນໝູບລົງກັບພື້ນ ບໍ່ພໍທໍ່ໃດວິນາທີ ສຽງລະເບີດກໍດັງຂຶ້ນຄັບຫ້ອງ ພ້ອມກັບການເສຍສະຫລະຂອງຊາຍຊາດທະຫານ ແລະນັກຮຽນບາດເຈັບຈຳນວນຫລາຍ ໃນນັ້ນມີອາການສາຫັດ 4 ຄົນ.

ຈາກເຫດການດັ່ງກ່າວເຮັດໃຫ້ສັງຄົມທີ່ຮູ້ຂ່າວຕ່າງກໍສະເທືອຍໃຈ ແລະຍ້ອງຍໍຊົມເຊີຍວ່າ ສົມເປັນຊາຍຊາດທະຫານຜູ້ສາບານຕົນຈະປົກປ້ອງປະຊາຊົນແລະປະເທດຊາດຢ່າງແທ້ຈິງ ໃນຂະນະທີ່ເຮັດໃຫ້ຫລາຍຄົນໃຫ້ສຳນຶກຄືນວ່າ: ກວ່າຈະສາມາດຕີເອົາຊະນະສັດຕູ ແລະສະຖາປະນາ ປະເທດ ສປປລາວ ໄດ້ ແມ່ນຍ້ອນນໍ້າໃຈເສຍສະຫລະຂອງຊາຍຊາດທະຫານແບບນີ້ ນີ້ເອງ.

ຂໍໄວ້ອາໄລ ແລະສະດຸດີ ຕໍ່ພາລະກຳອັນຍິ່ງໃຫຍ່ນີ້ດ້ວຍ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...