spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວບູຮານຄະດີ ແລະ ປະຫວັດສາດລາວ “ສັງລວມ ຊະຕາກຳຂອງແຜ່ນດິນລາວ“

ບູຮານຄະດີ ແລະ ປະຫວັດສາດລາວ “ສັງລວມ ຊະຕາກຳຂອງແຜ່ນດິນລາວ“

Published on

ສົມເດັດພະເຈົ້າຟ້າງຸ່ມ ແຫລ່ງຫລ້າທໍລະນີ ໄດ້ທ້ອນໂຮມຊາດລາວ ໄດ້ຂີດຫມາຍເຂດນ້ຳແດນດິນລາວໃຫ້ປາກົດເປັນປະເທດລາວຂື້ນເທື່ອທຳອິດ ຢູ່ສຸວັນນະພູມປະເທດ( ຢູ່ແຫລມອິນດີຈີນ) ໃນປີ ຄສ 1353 ປີ ພ.ສ 1596 ເຊີ່ງນັບມາເຖີງ ຄສ 2017  ນີ້ກໍ່ເປັນເວລາ 664 ປີນີ້ແລ້ວ ທີ່ຄົນລາວເຮົາມີແຜ່ນດິນອາໄສຢູ່ ແລ ມີຊາດລາວຄືທຸກມື້ນີ
ໄລຍະເວລາ 645 ປີ ຂອງແຜ່ນດິນລາວໄດ້ມີການປ່ຽນແປງຄື:

  • ປີ ຄສ 1707 ປີ ພສ 2250 ດິນລາວໄດ້ແບ່ງອອກເປັນ2ອານາຈັກຄື: ອານາຈັກຫລວງພະບາງແລະອານາຈັກວຽງຈັນ
  • ປີ ຄສ 1713 ປີ ພສ 2256 ດິນລາວໄດ້ແບ່ງອອກເປັນ 3ອານາຈັກຄື ອານາຈັກຫລວງພະບາງ ອານາຈັກວຽງຈັນ ແລະ ອານາຈັກຈຳປາສັກ
  • ປີ ຄສ 1779 ປີ ພສ 2342 ດິນລາວທັງສາມອານາຈັກ ໄດ້ຖືກສະຫຍາມຍຶດເອົາທັງຫມົດ ແລ້ວໄທກໍຫາທຸກວິທີທາງເພື່ອຈະກືນກິນລາວແລະບໍ່ໃຫ້ມີຊື່ຄຳວ່າ “ລາວ“ ຢູ່ໃນໂລກ ຊາຕາກັມຂອງລາວໃນຂະນະນີ້ກຳລັງຈະສີ້ນເຊື້ອຫມົດຊາດ
  • ປີ ຄສ 1891 ໄທສະຫຍາມ ໄດ້ແບ່ງດິນລາວອອກເປັນ4ກອງເພື່ອງ່າຍແກ່ການປົກຄອງ
  • ປີ ຄສ 1893 ຝຣັ່ງເສດ ໄດ້ຍຶດເອົາດິນລາວສະເພາະຢູ່ທາງຝັ່ງຊ້າຍຂອງແມ່ນຳ້ຂອງ ຈາກໄທສະຫຍາມແລະນັບແຕ່ບັດນັ້ນມາດິນລາວຈຶ່ງຖືກຕັດແບ່ງອອກເປັນ2ແຜ່ນດິນຄື ຝັ່ງຊ້າຍຂອງແມ່ນຳ້ຂອງ 3/5ແມ່ນ F ຍຶດຄອງດິນລາວ ຢູ່ທາງຝັ່ງຂວາຂອງແມ່ນຳ້ຂອງ 3/5ໄທໄດ້ຜະຫນວກເອົາເປັນດິນໄທແລະເອີ້ນວ່າ ໄທອີສານ ຈົນເຖີງປັດຈຸບັນ
  • ປີ ຄສ 1901 ຝຣັ່ງ ພະຍາຍາມລຶບຊື່ຄຳວ່າລາວ ອອກຈາກແຜນທີໂລກ ແລະເອີ້ນລາວວ່າ ແຄວ້ນທີ່5 ຂອງສະຫະພັນອິນດູຈີນຝຣັ່ງເສດ
    – ປີ ຄສ1945 ດ້ວຍການຂັດແຍ່ງພາຍໃນຝຣັ່ງແລະ ຍີ່ປຸ່ນແລະຈັກກະພັດອື່ນໆ ຍີ່ປຸ່ນຈຶ່ງເຂົ້າມາລາວແລະຂັບໄລ່ພວກລ່າເມືອງຂື້ນຝຣັ່ງອອກໄປແລ້ວກໍຍຶດຄອງລາວ
    – ປີ ຄສ1946 ຝຣັ່ງໄດ້ຮັບການຊ່ວຍເຫລືອຈາກອັງກິດບຸກຕີຍຶດເອົາລາວຄັ້ງທີ່2
    – ປີ ຄສ 1954 ດິນລາວໄດ້ຄ່ອຍໆແບ່ງອອກເປັນ2ເຂດໂດຍແນວລາວຮັກຊາດແລະກໍກວ້າງອອກໄປເລື້ອຍໆ ຍ້ອນການຕໍ່ສູ້ຂອງຄົນລາວຜູ້ຮັກຊາດ
    – ປີ ຄສ1955 ຈັກກະພັດອາເມລິກາໄດ້ເຂົ້າມາຮຸກຮານແທນຝຣັ່ງ
    – ປີ ຄສ 1975 ດິນລາວໄດ້ເປັນປຶກແຜ່ນອັນດຽວ ມີຜືນແຜ່ນດິນອັນຄົບຖ້ວນເມື່ອແນວລາວຮັກຊາດເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕ ປະກາດເອກະລາດ ທີ2 ທັນວາ
    ສັງລວມຜູ້ປົກຄອງລາວ
    – ປົກຄອງຄົນລາວສະໄຫມອິນດູຈີນ ປີ ພສ 320-1272 ແຕ່ຂຸນເມັງ-ຂຸນບໍລົມມີ 8ອົງ
    – ປົດຄອງຫລວງພະບາງແຕ່ປີ ຄສ 743 ຂຸນລໍ ເຖີງປີ ຄສ 1960 ເຈົ້າສີສະຫວ່າງວັດທະນາ ມີ49ອົງ
    – ປົກຄອງນະຄອນຫລວງວຽງຈັນ ແຕ່ປີ 1356 ທ້າວຊຽງມຸງ ເຖີງ ເຈົ້າອານຸວົງ ປີຄສ 1804 ມີ27ອົງ
    – ປົກຄອງນະຄອນຈຳປາສັກແຕ່ປີ 1640 ນາງເພົາ ເຊີ່ງກ່ອນນັ້ນມີຜູ້ປົກຄອງແລ້ວ 5ອົງແຕ່ບໍ່ປາກົດຊື່ ເຖີງປີ ຄສ 1946 ເຈົ້າບຸນອູ້ມ ມີ18ອົງ
    ປະທານປະເທດລະບອບໃຫມ່
    1. ປະທານປະເທດ ຄົນທີ ທຳອິດ: ທ່ານ ສຸພານຸວົງ ນັບແຕ່ວັນທີ 2 ທັນວາ 1975 ຫາ ວັນທີ 15 ສິງຫາ 1991
    2. ຮັກສາການປະທານປະເທດ ຄົນທີ 1: ທ່ານ ພູມີ ວົງວິຈິດ ແຕ່ວັນທີ31 ຕຸລາ 1986 ຫາ ວັນທີ 15 ສິງຫາ 1991
    3. ປະທານປະເທດ ຄົນທີ 2: ທ່ານ ໄກສອນ ພົມວິຫານ ແຕ່ວັນທີ 15 ກໍລະກົດ 1991 ຫາ ວັນທີ 21 ພະຈິກ 1992
    4. ປະທານປະເທດ ຄົນທີ 3: ທ່ານ ໜູຮັກ ພູມສະຫວັນ ແຕ່ວັນທີ 25 ພະຈິກ 1992 ຫາ ວັນທີ 24 ກຸມພາ 1998
    5. ປະທານປະເທດ ຄົນທີ 4:ທ່ານ ຄຳໄຕ ສີພັນດອນ ແຕ່ວັນທີ 24 ກຸມພາ 1998 ຫາ ວັນທີ 8 ມິຖຸນາ 2006
    6. ປະທານປະເທດ ຄົນທີ 5: ທ່ານ ຈູມມະລີ ໄຊຍະສອນ ແຕ່ວັນທີ 8 ມິຖຸນາ 2006 ຫາ ວັນທີ 20 ເມສາ 2016
    7. ປະທານປະເທດຄົນປະຈຸບັນ ຄົນທີ 6 ທ່ານ ບຸນຍັງ ວໍຣະຈິດ ແຕ່ວັນທີ 20 ເມສາ 2016 ເຖິງປະຈຸບັນ

ຮູບພາບປະກອບ ມໍລະດົກລ້ານຊ້າງ
ຄັດຈາກ ພົງສາວະດານລາວ
ຂຽນໂດຍ ນາງ ສາຍວາລິນ ບໍລະວົງ
ທີ່ມາຈາກເຟສບຸກ: ບູຮານຄະດີ ແລະ ປະຫວັດສາດລາວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...