Homeນານາສາລະສູດກຳຈັດຄາບເປື້ອນທີ່ລ້າງອອກຍາກໃນຫ້ອງນ້ຳ

ສູດກຳຈັດຄາບເປື້ອນທີ່ລ້າງອອກຍາກໃນຫ້ອງນ້ຳ

Published on

ຖ້າຄົນທີ່ມີບັນຫາເລື່ອງການເຮັດຄວາມສະອາດຫ້ອງນ້ຳ ໂດຍສະເພາະຂັດຫ້ອງນ້ຳທີ່ມີຄາບເປິເປື້ອນເກາະຕິດໜາ ແໜ້ນ ລ້າງອອກຍາກ ຕ້ອງໃຊ້ແຮງຫຼາຍໃນການຂັດຖູ ແລະ ບາງເທື່ອຕ້ອງໃຊ້ນ້ຳຢາລ້າງຫ້ອງນ້ຳທີ່ມີສານເຄມີທີ່ມີກິ່ນແຮງ ຫຼື ມີກຣົດແຮງ ເຊິ່ງບໍ່ເປັນຜົນດີໃຫ້ແກ່ສຸຂະພາບຂອງທ່ານແນ່ອນ ດັ່ງນັ້ນມື້ນີ້ ພວກເຮົາເລີຍມີສຸດຍອດສູດເຮັດຄວາມສະອາດມາຝາກກັນ ເຊິ່ງຈະນຳໃຊ້ສິ່ງໃດມາເຮັດຄວາມສະອາດນັ້ນເຮົາມາອ່ານໄປພ້ອມໆກັນເລີຍ

ຫຼາຍຄົນອາດບໍ່ເຄີຍຮູ້ວ່ານ້ຳສົມສາຍຊູສາມາດລະລາຍຄາບເປື້ອນຝັງແໜ້ນອອກໄດ້ ແຖມຍັງບໍ່ທຳລາຍສຸຂະພາບອີກດ້ວຍ ວິທີເຮັດກໍ່ແສນງ່າຍ ພຽງທ່ານເອົານ້ຳສົ້ມສາຍຊູຖອກລົງບ່ອນທີ່ທ່ານຢາກເຮັດຄວາມສະອາດບໍ່ວ່າຈະເປັນອ່າງລ້າງໜ້າ, ໂຖສ້ວມ, ຂອບໂຖສ້ວມ… ແລ້ວປະໄວ້ປະມານ 30 ນາທີ ຫຼັງຈາກນັ້ນຈິ່ງເອົາແຟັບໃສ່ບໍລິເວນທີ່ຖອກນ້ຳສົ້ມສາຍຊູໃສ່ ແລ້ວຄ່ອຍໃຊ້ແປງຖູໆຄາບເປື້ອນນັ້ນອອກ ແລ້ວຈິ່ງລ້າງອອກດ້ວຍນ້ຳສະອາດ ທ່ານຈະສັງເກດເຫັນວ່າ ອ່າງລ້າງໜ້າ ຫຼື ໂຖສ້ວມ ທີ່ທ່ານເຮັດຄວາມສະອາດນັ້ນຈະຂາວຄືໃໝ່ຂຶ້ນທັນທີ ແລະ ມັນຍັງຊ່ວຍກຳຈັດກິ່ນໄດ້ອີກດ້ວຍ

 

ແຫລ່ງຂໍ້ມູນຈາກ: http://www.rak-sukapap.com/2017/01/blog-post_138.html

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...